ການແຂ່ງຂັນກີລາບານເຕະຊາຍ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ມີເຖິງ 17 ທີມເຂົ້າຮ່ວມຊີງໄຊ ໂດຍວັນທີ 16 ພະຈິກ 2022 ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ໄດ້ມີິພິທີຈັບສະຫຼາກແບ່ງສາຍ ໂດຍຜົນຈັບສະຫຼາກມີດັ່ງນີ້:
ສໍາລັບ ບານເຕະຍິງແຈ້ງເຂົ້າຮ່ວມ 5 ທີມປະກອບມີ: ແຂວງຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ ແລະ ຈໍາປາສັກ ຈະແຂ່ງຂັນແບບພົບກັນໝົດ ຄັດເອົາທີ 1 ແລະ 2 ຜ່ານເຂົ້າສູ່ຮອບຊີງຊະນະເລີດ ເພື່ອຊີງຫຼຽນຄໍາ, ທີມທີ່ຢູ່ອັນດັບ 3 ຈະໄດ້ຫຼຽນທອງທັນທີ.
ຂະນະທີ່ ບານເຕະຊາຍ ມີເຖິງ 17 ທີມເຂົ້າຮ່ວມ ໂດຍແບ່ງອອກເປັນ 4 ກຸ່ມ ຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະກຸ່ມເຂົ້າຮອບ 8 ທີມສຸດທ້າຍ ມີດັ່ງຮູບລຸ່ມນີ້: