ບອກໄດ້ເລີຍ 2 ສາວນີ້ທັງງາມທັງເກັ່ງອີ່ຫຼີ່ສໍາລັບ ສາວ ມະຍຸລີ ຈັນທິລາດ ຫຼື ດີ້ ສາວລາວ ແລະ ນາງ ກຸງກິງ ບຸດດາໄຊ 2 ນັກກິລາຍິງທີ່ສາມາດຫຼິ້ນໄດ້ຫຼາກຫຼາຍກິລາປະເພດຕໍ່ສູ້ ກຽມຂຶ້ນຊົກໃນລາຍການ Legend Fighting Champions ທີິ່ເດີ່ນ ອະນຸສາວະລີທ້າວສຸຣະນາຣີ ປະເທດໄທ ໃນວັນທີ 3 ກັນຍາ 2022 ເຊິ່ງເປັນການແຂ່ງຂັນກິລາຕໍ່ສູ້ແບບປະສົມປະສານ MMA
ໂດຍ 2 ສາວ ແມ່ນຢູ່ໃນທີມຕ່າງຊາດ ທີ່ມີ 9 ຄົນຈະກັບນັກກິລາຈາກ ໂຄຣາດປະເທດໄທ 9 ຄົນ ເລີ່ມແຂ່ງຂັນໃນເວລາ 17:00 ໂມງ ເຊິ່ງຫຼ້າສຸດມື້ນີ້ 2 ກັນຍາ 2022 ແມ່ນໄດ້ຊັ່ງນໍ້າໜັກຜ່ານພ້ອມຊົກ.
ສາລັບ ດີ້ ສາວລາວ ຮູ້ກັນດີໃນການເປັນນັກກິລາຍິງລາວ ປະເພດຕໍ່ສູ້ໂດຍສະເພາະແມ່ນມວຍລາວ ເຄີຍໄດ້ແຊັມໂລກມາແລ້ວ ແລະ ກໍຍັງສາມາດຫຼິ້ນກີລາມວຍສາກົນ, ເທຄວັນໂດ ແລະ ອື່ນໆ, ສ່ວນ ກຸງກິງ ກໍສາມາດຫຼິ້ນໄດ້ຫຼາຍປະເທດກິລາເຊັ່ນກັນ ໂດຍສະເພາະແມ່ນ ປັນຈັກສີລັດ ຍາດໄດ້ຫຼຽນທອງໃນຊີເກມ ແລະ ຍັງສາມາດຫຼິ້ນກິລາອື່ນໄດ້ອີກເປັນຕົ້ນແມ່ນ ຢູໂດ ແລະ ເທຄວັນໂດ.ຜົນງານຂອງສາວໆເບິ່ງທີ່ຄລິບລຸ່ມນີ້: