ເປັນຂ່າວທີ່ຮືຮາ ເມື່ອພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ອອກໜັງສືແຈ້ງການ ເລກທີ 2822/ສກ.ນວ ລົງວັນທີ 9 ພະຈິກ 2022 ເພື່ອລະດົມທຶນຜູ້ລະໜ້ອຍຊ່ວຍຊຸກຍູ້ ທັບນັກກິລາ ນະຄອນຫຼວງວຽງຈັນ ( ນວ ) ລຸຍງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຫຼື ຊຽງຂວາງ ເກມສ໌ ໂດຍລະດົມການຊຸກຍູ້ຈາກ ພະນັກງານ-ຄູອາຈານ ພາຍໃນຂະແຫນງສຶກສາ ແລະ ກິລາ 10.000 ກີບ/ຄົນ, ລະດົມການຊຸກຍູ້ຈາກ ຜູ້ປົກຄອງນັກຮຽນທັງ ພາກລັດ ແລະ ພາກເອກະຊົນ ຕາມຄວາມສະຫມັກໃຈ ລະດົມການຊຸກຍູ້ຈາກ ຜູ້ປະກອບການໂຮງຮຽນພາກເອກະຊົນ; ຜູ້ປະກອບການຫົວຫນ່ວຍທຸລະກິດກິລາ ພາຍໃນນະຄອນ ຫຼວງວຽງຈັນ ຕາມຄວາມສະຫມັກໃຈ
ໂດຍແຈ້ງການລະບຸວ່າ:
ເຖິງ: ຫົວຫນ້າຫ້ອງການສຶກສາທິການ ແລະ ກິລາ 9 ເມືອງ ນະຄອນຫຼວງວຽງຈັນ
• ທ່ານ ຜູ້ອໍານວຍການໂຮງຮຽນພາກລັດ ແລະ ພາກເອກະຊົນ ພາຍນະຄອນຫຼວງວຽງຈັນ
• ທ່ານ ຜູ້ປະກອບການຫົວຫນ່ວຍທຸລະກິດກິລາ ພາຍໃນນະຄອນຫຼວງວຽງຈັນ
ເລື່ອງ : ປະກອບສ່ວນຊຸກຍູ້ ທຶນຮອນເພື່ອຮັບໃຊ້ກະກຽມຂະບວນທັບນັກກິລານະຄອນຫຼວງວຽງຈັນ
ເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ ແຂວງຊຽງຂວາງ ເປັນເຈົ້າພາບ ທ້າຍປີ 2022
– ອິງຕາມ ຂໍ້ຕົກລົງ ເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 835/ຈນວ, ລົງວັນທີ 4/10/2012
– ອີງຕາມ ຫນັງສືແຈ້ງການເຊິນຂອງຄະນະຮັບຜິດຊອບຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ IX ທີ່ ແຂວງຊຽງຂວາງ ເປັນເຈົ້າພາບ ສະບັບເລກທີ 11/ຄຈກຊ.XI, ລົງວັນທີ 31 ສິງຫາ 2022
– ອີງຕາມ ບົດບັນທຶກຂອງກອງປະຊຸມຄົບຄະນະຮັບຜິດຊອບນໍາພາທັບນັກກິລາ ນະຄອນຫຼວງວຽງຈັນ ຄັ້ງວັນທີ 13 ຕຸລາ 2022
– ອີງຕາມ ມະຕິຕົກລົງກອງປະຊຸມສ່ອງແສງຜູ້ອໍານວຍການໂຮງຮຽນ ພາຍໃນນະຄອນຫຼວງວຽງຈັນ; ຄັ້ງວັນທີ 02 ພະຈິກ 2022
ເພື່ອ ຮັບປະກັນໃຫ້ການເຂົ້າຮ່ວມແຂ່ງຂັນກິລາໃນງານຄັ້ງນີ້ ໄດ້ຮັບຜົນສໍາເລັດເປັນຢ່າງດີ ແລະ ການມີສ່ວນຮ່ວມຂອງຂະ ແຫນງສຶກສາ ແລະ ກິລານະຄອນຫຼວງວຽງຈັນ ໃນການເສຍສະຫຼະທຶນຮອນໃຫ້ຂະບວນທັບນັກກິລານະຄອນຫຼວງວຽງຈັນ ເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ ແຂວງຊຽງຂວາງ ໃຫ້ໄດ້ຮັບຜົນສໍາເລັດ ເປັນເຈົ້າຫຼຽນຄໍາ
ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງທ່ານ ເພື່ອ ນໍາໄປ ແຈ້ງພະນັກງານ-ຄູອາຈານ, ສະມາຄົມພໍ່ແມ່ນັກຮຽນ ແລະ ຜູ້ປົກຄອງນັກຮຽນ ລວມທັງຜູ້ປົກຄອງນັກຮຽນທີ່ເປັນຄູ ອາຈານ ແລະ ຜູ້ປົກຄອງຈາກອົງການຈັດຕັ້ງຂັ້ນຕ່າງໆ ທຸກພາກສ່ວນເຂົ້າໃຈຢ່າງທົ່ວເຖິງ ກ່ຽວກັບການປະກອບສ່ວນຊຸກຍູ້ ທຶນຮອນໃນການມີສ່ວນຮ່ວມທຶນຮອນ ຮັບໃຊ້ຂະບວນທັບນັກກິລານະຄອນຫຼວງວຽງຈັນ ໃນການເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ ແຂວງຊຽງຂວາງ (ເປັນເຈົ້າພາບ) ທ້າຍປີ 2012 ເຊິ່ງມີລາຍລະອຽດດັ່ງນີ້:
• ລະດົມການຊຸກຍູ້ຈາກ ພະນັກງານ-ຄູອາຈານ ພາຍໃນຂະແຫນງສຶກສາ ແລະ ກິລາ 10.000 ກີບ/ຄົນ
ລະດົມການຊຸກຍູ້ຈາກ ຜູ້ປົກຄອງນັກຮຽນທັງ ພາກລັດ ແລະ ພາກເອກະຊົນ ຕາມຄວາມສະຫມັກໃຈ ລະດົມການຊຸກຍູ້ຈາກ ຜູ້ປະກອບການໂຮງຮຽນພາກເອກະຊົນ; ຜູ້ປະກອບການຫົວຫນ່ວຍທຸລະກິດກິລາ ພາຍໃນນະຄອນ ຫຼວງວຽງຈັນ ຕາມຄວາມສະຫມັກໃຈ
• ສໍາລັບການມອບການຊຸກຍູ້ແມ່ນມອບໃຫ້ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ
ລາຍລະອຽດຕາມແຈ້ງການເພີ່ມຕື່ມ: