• Thu. Sep 21st, 2023

Lao Sport Update

ຮອບດ້ານວົງການກິລາ

ປກສ ກວາດໄປແລ້ວ 5 ຫຼຽນຄໍາ ຫຼ້າສຸດໄດ້ຫຼຽນຄໍາຈາກ ປານ ນັກກິລາປືນຍາວອັດລົມບຽດຊະນະ

ມາອີກແລ້ວຫຼຽນຄໍາໃນງານມະຫະກໍາກິລາແຫ່ງຊາດ ຫຼື ຊຽງຂວາງເກມ ຫຼ້າສຸດ ທ້າວ ປານ ດວງປະເສີດ ນັກກິລາຍິງປືນດີກຣີທີມຊາດລາວຈາກ ກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ຄວ້າຫຼຽນຄໍາ ປະເພດປືນອັດລົມຍາວ ຊະນະຄະແນນ ດວງຈັນ ສາຍພູຟ້າ ຈາກກະຊວງປ້ອງກັນປະເທດ (ກອງທັບ) ຫວຸດຫວິດ 559 ຕໍ່ 558 ຄະແນນ ຄວ້າຫຼຽນຄຳ ທີ 5 ໃຫ້ ປກສ

ສ່ວນ ດວງຈັນ ໄດ້ພຽງຫຼຽນເງິນ ແລະ ຫຼຽນທອງຮ່ວມຕົກເປັນຂອງ ກອງທັບ ໃນການແຂ່ງຂັນຍິງປືນ ຊຽງຂວາງ ເກມ ມື້ທີ 2 (ວັນທີ 15 ພະຈິກ) ທີ່ສະໜາມຝຶກຊ້ອມກິລາຍິງປືນ 5 ເມສາ.​
ສ່ວນຜົນການແຂ່ງຂັນປືນຍາວອັດລົມ ປະເພດທີມຊາຍ

ກ່ອນໜ້ານີ້ ນາງ ໄພວອນ ວົງພະຈັນ ສາວນັກແມ້ນປືນ ຈາກກະຊວງປ້ອງກັນຄວາມສະຫງົບ ( ປກສ ) ຄວ້າຫຼຽນຄໍາທໍາອິດໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 10 ຫຼື ຊຽງຂວາງ ເກມ ທີ່ຈັດຂຶ້ນໃນມື້ນີ້ 14 ພະຈິກ ທີ່ສະໜາມກິລາຝຶກຊ້ອມຍິງປືນ 5 ເມສາ.

ລາຍການດັ່ງກ່າວເປີດສາກຂຶ້ນຢ່າງເປັນທາງການ ໂດຍກີລາຍິງປືນ ແມ່ນແຂ່ງຂັນທີ່ສະໜາມຍິງປືນ 5 ເມສາ ໃນນະຄອນຫຼວງວຽງຈັນ ໂດຍມື້ນີ້ 14 ພະຈິກນ ເປັນການແຂ່ງຂັນປືນສັ້ນ ອັດລົມ ດ່ຽວ-ທີມ ທັງຍິງ ແລະ ຊາຍ ແຂ່ງຂັນ ສອງຮອບ ຄັດເລືອກເອົາຄະແນນທີ່ດີທີ່ສຸດຈາກຄະແນນປະເພດດ່ຽວ ແລະ ທີມ ທັງຊາຍ ແລະ ຍິງ ມາສະສົມ ແລະ ບວກກັນ ໄດ້ຫຼຽນຄຳໄປຄອງ ສຳລັບປະເພດຊາຍ ຈະໄດ້ຍິງຮອບລະ 60 ລູກ ແລະ ປະເພດຍີງ ຍິງ ຮອບລະ 40 ລູກ
ຜົນປະກົດວ່າ:
ປະເພດປືນສັ້ນອັດລົມດ່ຽວຍິງ
– ຫຼຽນຄຳ
ປກສ
ຈາກນາງ ໄພວອນ ວົງພະຈັນ ຍິງໄດ້ 371 ຄະແນນ.

– ຫຼຽນເງິນ
ກອງທັບ
ຈາກນາງ ແສງແກ້ວ ມະນີເຟືອງ ຍິງໄດ້ 369 ຄະແນນ.
– ຫຼຽນທອງ ຮ່ວມ ຕົກເປັນຂອງປກສ
ຈາກນາງ ມະນີວອນ ວົງໄຊ ຍິງໄດ້ 362 ຄະແນນ ແລະ ນາງ ສຸກທະສອນ ພິມມະສອນ ຍິງໄດ້ 359 ຄະແນນ.

ນອກນັ້ນ, ປກສ ຍັງໄດ້ 2 ຫຼຽນຄໍາປະເພດປືນສັ້ນອັດລົມດ່ຽວຊາຍ ແລະ ທີມຊາຍ ອີກດ້ວຍ ເຮັດໃຫ້ປັດຈຸບັນ ປກສ ຍາດມາໄດ້ແລ້ວ 5 ຫຼຽນຄໍາ ຂຶ້ນນໍາຕາຕະລາງສະຫຼຸບຫຼຽນແບບດ່ຽວໆ
ຂອບໃຈຮູບຈາກ: ສົງການ ພັນແພງດີ

Leave a Reply

Your email address will not be published. Required fields are marked *