• Sun. Jun 4th, 2023

Lao Sport Update

ຮອບດ້ານວົງການກິລາ

ກຳລັງໃຈມາເຕັມ! ສະຫຼອງແຊ້ມ U15 ແລະU18 ຊາວຫຼວງພະບາງໄຊໂຍສຸດໃຈ

ຫລັງຈາກທີ່ທີມນັກເຕະ U18 ຄວ້າແຊ້ມໃນການແຂ່ງຂັນຊີງຂັນສະຫະພັນບານເຕະແຫ່ງຊາດລາວ ແລະ ນັກກິລາບານເຕະU15  ໄດ້ຮອງແຊ້ມ ຊາວຫຼວງພະບາງບໍ່ໄດ້ຢູ່ເສີຍ ແຕ່ພາກັນລະດົມເອົາກັນຂຶ້ນມາສົ່ງສຽງເຊຍຕ້ອນຮັບ ແລະໃຫ້ກຳລັງໃຈແກ່ສອງລຸ້ນນັກເຕະທີ່ສ້າງຝີຕີນດີເດັ່ນໃນຄັ້ງນີ້ຢ່າງລົ້ນຫຼາມ ເບື້ອງຫົວໜ້າພະແນກສຶກສາທິການ ແລະກິລາ ແຂວງບອກວ່າຜົນງານຊຸດນີ້ເໜືອຄວາມຄາດໝາຍຫຼາຍ ທາງແຂວງຈະເພີ່ມຄວາມເອົາໃຈໃສ່ພັກດັນນັກເຕະກຸ່ມນີ້ໃຫ້ກ້າວໜ້າຕໍ່ໄປເພື່ອສ້າງຜົນງານໃຫ້ກັບແຂວງ ແລະປະເທດຊາດ.


ເຊິ່ງວັນທີ 1 ກັນຍາ 2022 ນີ້ ມວນຊົນຊາວຫຼວງພະບາງ ໄດ້ອອກມາຊົມເຊີນຜົນງານນັກກິລາບານເຕະ U15 ແລະU18 ທີ່ຍາດໄດ້ຮອງແຊ້ມ ແລະແຊ້ມ ໃນການແຂ່ງຂັນຊີງຂັນສະຫະພັນບານແຕະແຫ່ງຊາດລາວ ໂດຍມີຂະບວນແຫ່ຊົມເຊີຍຜົນສຳເລັດ ອ້ອມຕົວເມືອງ ເລີ້ມຈາກພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ນຳພາຂະບວນໂດຍ ທ່ານ ວົງເພັດ ອຸດົມລິດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ມີຄູ ແລະນັກຮຽນຈາກໂຮງຮຽນແຕ່ລະແຫ່ງ ອອກມາຕ້ອນຮັບ ແລະຊົມເຊີຍຢູ່ຕາມແຄມທາງຢ່າງຫຼວງຫຼາຍ ເຕັມໄປດ້ວຍຮ່ອຍຍິ້ມ ແລະສ້າງຂວັນກຳລັງໃຈໃຫ້ນັກກິລາທັງສອງລຸ້ນ.

ທ່ານ ວົງເພັດ ອຸດົມລິດ ໃຫ້ສຳພາດວ່າ: ການແຂ່ງຂັນຄັ້ງນີ້ ແຂວງຫຼວງພະບາງບໍ່ໄດ້ຕັ້ງຄວາມຫວັງເຖີງຂັ້ນຄວ້າແຊ້ມ ເພາະການກະກຽມນັກກິລາຍັງພົບຄວາມຫຍຸ້ງຍາກ ແຕ່ຜ່ານການສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ ເຫັນວ່າ ທັງສອງຫຼຸ້ນສ້າງຜົນງານໄດ້ດີ ແລະແຜນການຕໍ່ໜ້າ ຈະສືບຕໍ່ສ້າງນັກກິລາທັງສອງຫຼຸ້ນນີ້ ໃຫ້ໄດ້ເຂົ້າຮ່ວມການແຂ່ງຂັນກະລາບານເຕະໃນລະດັບຊາດ ໂດຍສະເພາະແຜມ່ນກະກຽມເຂົ້າຮ່ວມແຂ່ງຂັນ ໃນງານມະຫາກຳກະລາແຫ່ງຊາດ ທີ່ແຂວງຊຽງຂວາງຈະເປັນເຈົ້າພາບໃນທ້າຍປີນີ້.
ໂອກາດນີ້ ຕາງໜ້ານັກກິລາທັງສອງຫຼຸ້ນ ໄດ້ສະແດງຄວາມຮູ້ສຶກພາກພູມໃຈ ທີ່ສາມາດຍາດໄດ້ຜົນງານເປັນຄັ້ງປະຫວັດສາດ ໃຫ້ກັບຊາວຫຼວງພະບາງ ແລະຈະສືບຕໍ່ຝຶກຊ້ອມໃຫ້ຫຼາຍຂື້ນ ເພື່ອພັດທະນາຕົນເອງ ໃຫ້ກາຍເປັນນັກກິລາດີເດັ່ນຕາງໜ້າແຂວງເຂົ້າຮ່ວມການແຂ່ງຂັນໃນແຕລະລະດັບ.

ສຳລັບການແຂ່ງຂັນກິລາບານເຕະ ຊີງຂັນສະຫະພັນບານແຕະແຫ່ງຊາດລາວ U15 ແລະU18 ໃນລາຍການແປບຊີລາວລິກ ໄດ້ເລີ່ມການແຂ່ງຂັນມາແຕ່ວັນທີ 14 ສິງຫາ 2022, ໂດຍມີ 7 ທີມເຂົ້າຮ່ວມການແຂ່ງຂັນ ຕາມແຜນການສ້າງນັກກິລາຮຸ່ນສືບທອດ ຂອງສະຫະພັນບານເຕະແຫ່ງຊາດລາວ ປະກອບມີ: ສະໂມສອນເອສະຣາ, ສະໂມສອນຈຳປາສັກ, ສະໂມສອນຫຼວງພະບາງ, ສະໂມສອນວຽງຈັນ, ສະໂມສອນກອງທັບ, ສະໂມສອນມາສເຕີ ເຊເວັ້ນ ແລະສະໂມສອນຊ້າງນ້ອຍ.

ສໍາລັບການແຂ່ງຂັນແມ່ນແຂ່ງຄົບໝົດທຸກທີມ ແລ້ວຂັດເອົາ 4 ທີມທີ່ມີຄະແນນສູງສຸດມາຈັບສະຫຼາກແຂ່ງ ຈົນໄດ້ຄູ່ຊີງຊະນະເລີດ ເຊີ່ງທັງສອງຫຼຸ້ນ ແມ່ນການຊີງໄຊລະຫວ່າງ ຫຼວງພະບາງ ກັບ ຈຳປາສັກ, ໃນນັ້ນ U15 ໄດ້ແຂ່ງຂັນໃນວັນທີ່ 30 ສີງຫາ 2022 ຜົນປະກົດວ່າ ຫຼວງພະບາງ ເສຍໃຫ້ ຈຳປາສັກ 0 ປະຕໍ່ 2 ໄດ້ຮອງແຊ້ມມາຄອງ, ສ່ວນ U18 ໄດ້ແຂ່ງຂັນໃນວັນທີ 31 ສິງຫາ 2022, ຜ່ານການແຂ່ງຂັນຜົນປະກົດວ່າ, ສະໂມສອນຫຼວງພະບາງ ເອົາຊະນະຈຳປາສັກໄດ້ 2 ປະຕູຕໍ່ 1 ສາມາດຄວ້າແຊ້ມມາໃຫ້ຊາວຫຼວງພະບາງໄດ້ຢ່າງໜ້າພາກພູມໃຈ.

Leave a Reply

Your email address will not be published. Required fields are marked *