ນາງ ໄພວອນ ວົງພະຈັນ ສາວນັກແມ້ນປືນ ຈາກກະຊວງປ້ອງກັນຄວາມສະຫງົບ ( ປກສ ) ຄວ້າຫຼຽນຄໍາທໍາອິດໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 10 ຫຼື ຊຽງຂວາງ ເກມ ທີ່ຈັດຂຶ້ນໃນມື້ນີ້ 14 ພະຈິກ ທີ່ສະໜາມກິລາຝຶກຊ້ອມຍິງປືນ 5 ເມສາ.
ລາຍການດັ່ງກ່າວເປີດສາກຂຶ້ນຢ່າງເປັນທາງການ ໂດຍກີລາຍິງປືນ ແມ່ນແຂ່ງຂັນທີ່ສະໜາມຍິງປືນ 5 ເມສາ ໃນນະຄອນຫຼວງວຽງຈັນ ໂດຍມື້ນີ້ 14 ພະຈິກນ ເປັນການແຂ່ງຂັນປືນສັ້ນ ອັດລົມ ດ່ຽວ-ທີມ ທັງຍິງ ແລະ ຊາຍ ແຂ່ງຂັນ ສອງຮອບ ຄັດເລືອກເອົາຄະແນນທີ່ດີທີ່ສຸດຈາກຄະແນນປະເພດດ່ຽວ ແລະ ທີມ ທັງຊາຍ ແລະ ຍິງ ມາສະສົມ ແລະ ບວກກັນ ໄດ້ຫຼຽນຄຳໄປຄອງ ສຳລັບປະເພດຊາຍ ຈະໄດ້ຍິງຮອບລະ 60 ລູກ ແລະ ປະເພດຍີງ ຍິງ ຮອບລະ 40 ລູກ
ຜົນປະກົດວ່າ:
ປະເພດປືນສັ້ນອັດລົມດ່ຽວຍິງ
– ຫຼຽນຄຳ
ປກສ
ຈາກນາງ ໄພວອນ ວົງພະຈັນ ຍິງໄດ້ 371 ຄະແນນ.
– ຫຼຽນເງິນ
ກອງທັບ
ຈາກນາງ ແສງແກ້ວ ມະນີເຟືອງ ຍິງໄດ້ 369 ຄະແນນ.
– ຫຼຽນທອງ ຮ່ວມ ຕົກເປັນຂອງປກສ
ຈາກນາງ ມະນີວອນ ວົງໄຊ ຍິງໄດ້ 362 ຄະແນນ ແລະ ນາງ ສຸກທະສອນ ພິມມະສອນ ຍິງໄດ້ 359 ຄະແນນ.