• Sun. Jun 4th, 2023

Lao Sport Update

ຮອບດ້ານວົງການກິລາ

ແຂວງຄໍາມ່ວນອະນຸຍາດໃຫ້ບໍລີສັດ ເພັດມະນີ KPC ເຂົ້າສໍາຫຼວດຄວາມເປັນໄປໄດ້ໃນການພັດທະນາແຫຼ່ງທ່ອງທ່ຽວບຶງໜອງເທົາ ແລະ ຖໍໍ້າໜອງປາເຊື່ອມໃຫ້ເປັນແຫຼ່ງທ່ອງທ່ຽວ

ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການສຶກສາ-ສໍາຫຼວດຄວາມເປັນໄປໄດ້ໃນການພັດທະນາໂຄງການແຫຼ່ງທ່ອງທ່ຽວບຶງໜອງເທົາ ແລະ ຖໍໍ້າໜອງປາເຊື່ອມໃຫ້ເປັນແຫຼ່ງທ່ອງທ່ຽວເຊິ່ງນອນຢູ່ໃນຂອບເຂດຂອງສາມບ້ານຄື : ບ້ານນາຂ້າງຊ້າງ , ບ້ານທ່າແຄ ແລະ ບ້ານຖໍ້າເມືອງທ່າແຂກ ແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2022 ຢູ່ທີ່ຮ້ານອາຫານທ່າແຂກໃໝ່ລະຫວ່າງອົງການປົກຄອງແຂວງຄໍາມ່ວນ.

ຕາງໜ້າໂດຍທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກແຜນການ ແລະການລົງທຶນແຂວງ ກັບ ທ່ານ ເຂັມເພັດ ແກ້ວເພຍຈັນ ປະທານ ບໍລີສັດ ເພັດມະນີ KPC ຈໍາກັດຜູ້ດຽວຮ່ວມເຊັນເປັນພະຍານໂດຍທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າເມືອງທ່າແຂກ ແລະ ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວແຂວງໂດຍການເຂົ້າຮ່ວມເປັນສັກພະຍານຂອງບັນດາທ່ານໃນຄະນະນໍາຂັ້ນສູງຂອງແຂວງ , ອະດີດການນໍາຂັ້ນສູງຂອງແຂວງຕະຫຼອດເຖິງພະແນກການທີ່ກ່ຽວ ຂ້ອງ , ແຂກຖືກເຊິນ ແລະ ພະນັກງານວິຊາການເຂົ້າຮ່ວມ .

ທ່ານ ອານຸລຸນ ມາກວິໄລ ຫົວໜ້າຂະແໜງສົ່ງເສີມການລົງທຶນກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ( ປະ ທານຄະນະກໍາມະການຄຸ້ມຄອງການລົງທຶນຂັ້ນແຂວງ ຫຼື ຄລທ ) ວ່າດ້ວຍການອະນຸມັດໃຫ້ບໍລີສັດ ເພັດມະນີ KPC ຈໍາກັດຜູ້ດຽວເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການສຶກສາ – ສໍາຫຼວດຄວາມເປັນໄປໄດ້ໃນການພັດທະນາໂຄງການແຫຼ່ງທ່ອງທ່ຽວບຶງໜອງເທົາ ແລະ ຖໍໍ້າໜອງປາເຊື່ອມໃຫ້ເປັນແຫຼ່ງທ່ອງທ່ຽວ .


ຈາກນັ້ນທ່ານ ເຂັມເພັດ ແກ້ວເພຍຈັນ ປະທານ ບໍລີສັດ ເພັດມະນີ KPC ຈໍາກັດຜູ້ດຽວກໍ່ໄດ້ກ່າວປະຫວັດຄວາມເປັນມາຂອງບໍລິສັດຕະຫຼອດເຖິງການດໍາເນີນກິດຈະການດ້ານແຫຼ່ງທ່ອງທ່ອງໂດຍສະເພາະແມ່ນການບໍລິການແຫຼ່ງທ່ອງທ່ຽວຖໍ້ານາງ ແອ່ນລວມເຖິງຂໍ້ສະດວກ ແລະຂໍ້ຫຍຸ້ງຍາກໃນໄລຍະຜ່ານມາໃຫ້ແຂກທີ່ເຂົ້າຮ່ວມໄດ້ຮັບຮູ້ . ສໍາລັບການສຶກສາ – ສໍາຫຼວດຄວາມເປັນໄປໄດ້ໃນການພັດທະນາໂຄງການແຫຼ່ງທ່ອງທ່ຽວບຶງໜອງເທົາ ແລະ ຖໍໍ້າໜອງປາເຊື່ອມໃຫ້ເປັນແຫຼ່ງທ່ອງທ່ຽວເຊິ່ງນອນຢູ່ໃນຂອບເຂດຂອງສາມບ້ານດັ່ງກ່າວແມ່ນຈະໃຊ້ເວລາ 18 ເດືອນ ຫຼື 540 ວັນນັບແຕ່ມື້ເຊັນບົດບັນທຶກຄວາມເຂົ້າໃຈເປັນຕົ້ນໄປ.

Leave a Reply

Your email address will not be published. Required fields are marked *