ໃນວັນທີ 10 ພະຈິກ 2022 ຂອງຄະນະການນໍາແຂວງຄໍາມ່ວນ ນໍາໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງ ຄໍາມ່ວນ, ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ ແລະ ຄະນະ ໄດ້ເຄື່ອນໄຫວຢ້ຽມຊົມສະຖານທີ່ແຫລ່ງທ່ອງທ່ຽວ ເຂດປ່າສະຫງວນແຫ່ງຊາດຫີນໜາມໜໍ່.
ໂດຍສະເພາະການພັດທະນາດ້ານພື້ນຖານໂຄງລ່າງ ຈຸດຮອງຮັບການທ່ອງທ່ຽວທາງເຂົ້າໄປສູ່ຖໍ້ານໍ້າລອດ ເຊບັ້ງໄຟ ທີ່ບ້ານໜອງປີງ ເມືອງບົວລະພາ ໂດຍມີຄະນະຮັບຜິດຊອບ ອຸທິຍານແຫ່ງຊາດ ຫີນໜາມໜໍ່ ພະແນກກະສິກໍາ ແລະ ປ່າໄມ້ແຂວງນໍາພາຄະນະເຄື່ອນໄຫວຢ້ຽມຊົມ, ປ່າສະຫງວນແຫ່ງຊາດຫີນໜາມໜໍ່, ມີເນື້ອທີ່ 82 ພັນເຮັກຕາ, ມີທິວຖັດທຳມະຊາດທີ່ສວຍສົດງົດງາມໂດດເດັ່ນ ແລະ ເປັນເຂດຫີນປູນທີ່ກວ້າງໃຫຍ່ໃນຂົງເຂດອີຊີຕາເວັນອອກສ່ຽງໃຕ້.
ເມື່ອລວມພື້ນທີ່ຜາຫີນປູນຂອງແຂວງຄຳມ່ວນເຂົ້າກັບພື້ນທີ່ຜາຫີນປູນຂອງຟອງຍາ-ເກບ່າງ ແຂວງກວາງບິ່ງ ສສ ຫວຽດນາມ ຈະເປັນພື້ນທີ່ຜາຫີນປູນທີ່ໃຫຍ່ທີ່ສຸດໃນຂົງເຂດ ເນື່ອງຈາກວ່າສອງເຂດອະນຸລັກນີ້ແມ່ນເປັນເຂດອະນຸລັກຜາຫີນປູນທີ່ຕິດຈອດເປັນຜາຫີນປູນອັນດຽວກັນ, ເຊິ່ງມີຄວາມຍາວປະມານ 230 ກິໂລແມັດ, ຕັ້ງຢຽດຍາວຕາມສັນຂອງສາຍພູຫຼວງແຕ່ທິດເໜືອ ຫາ ທິດໃຕ້.
ປ່າສະຫງວນຫີນໜາມໜໍ່ ກໍ່ຍັງເປັນຕົວແທນທີ່ສຳຄັນຂອງອົງປະກອບທາງດ້ານລະບົບນີເວດປ່າດົງດິບຢູ່ໃນເຂດສາຍພູຫຼວງ. ນອກນັ້ນທາງຄະນະການນໍາແຂວງ ຍັງໄດ້ສືບຕໍ່ເຄື່ອນໄຫວຢ້ຽມຊົມເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ແລະ ຜະລິດຕະພັນແຜ່ນແພ ຂອງກຸ່ມຫັດຖະກໍາຕໍ່າແຜ່ນ ຢູ່ເມືອງບົວລະພາຕື່ມອີກ.