• Sat. Sep 30th, 2023

Lao Sport Update

ຮອບດ້ານວົງການກິລາ

ນາຍົກລັດຖະມົນຕີ ລາວ-ອົດສະຕຣາລີ ພົບປະສອງຝ່າຍ ຢູ່ ກໍາປູເຈຍ

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ, ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ແອນໂທນີ້ ແອວບານີຊີ (Anthony Albanese), ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ ໃນຕອນເຊົ້າຂອງວັນທີ 12 ພະຈິກ 2022, ທີ່ ໂຮງແຮມ ໂຊກາ, ພະນົມເປັນ.


ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ສະແດງຄວາມປິຕິຍິນດີທີ່ໄດ້ມີໂອກາດພົບປະກັນເປັນຄັ້ງທໍາອິດ ພາຍຫຼັງທີ່ລັດຖະບານ ອົດສະຕຣາລີ ໄດ້ສໍາເລັດການແຕ່ງຕັ້ງຄະນະລັດຖະບານຊຸດໃໝ່ ໃນເດືອນພຶດສະພາ 2022 ຜ່ານມາ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ ແລະ ອົດສະຕຣາລີ ທີ່ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ຕະຫຼອດໄລຍະ 70 ປີ. ເພື່ອເປັນການສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ, ສະນັ້ນ ໃນການພົບປະຄັ້ງນີ້ ທັງສອງນາຍົກລັດຖະມັນຕີ ໄດ້ເຫັນດີເປັນເອກະພາບກັນ ໃຫ້ມີການຍົກລະດັບການຮ່ວມມືສອງຝ່າຍຂຶ້ນເປັນ ການພົວພັນຮ່ວມມືຮອບດ້ານ. ພ້ອມນັ້ນ, ສອງຝ່າຍຍັງໄດ້ເຫັນດີຈະສືບຕໍ່ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບອາຊຽນ ໂດຍສະເພາະແມ່ນການພົວພັນອາຊຽນ-ອົດສະຕຣາລີ ໃນສົກປີ 2021-2024 ທີ່ ສປປ ລາວ ໄດ້ຮັບການມອບຫມາຍໃຫ້ເປັນປະເທດປະສານງານ, ຂອບການຮ່ວມມືແມ່ນໍ້າຂອງ-ອົດສະຕຣາລີ ແລະ ຂອບອື່ນໆ.

ນອກຈາກນັ້ນ, ສອງນາຍົກລັດຖະມົນຕີ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ລາວສະແດງຄວາມຂອບໃຈມາຍັງລັດຖະບານອົດສະຕຣາລີ ຕໍ່ການຊ່ວຍເຫຼືອໃນດ້ານຕ່າງໆ ເຊັ່ນ: ການຊ່ວຍເຫຼືອເພື່ອການພັດທະນາ (ODA), ການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19, ການຕົກລົງຊ່ວຍເຫຼືອ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ແລະ ອື່ນໆ, ພ້ອມທັງສະເໜີຝ່າຍອົດສະຕຣາລີ ສືບຕໍ່ຊຸກຍູ້ໃຫ້ນັກລົງທຶນອົດສະຕຣາລີ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນຕື່ມ. ນອກຈາກນັ້ນ, ທ່ານ ພັນຄໍາ ວິພາວັນ ກໍໄດ້ເຊື້ອເຊີນ ທ່ານ ແອນໂທນີ້ ແອວບານີຊີ ເດີນທາງມາຢ້ຽມຢາມ ສປປ ລາວ ໃນເວລາອັນຄວນ.

ຂ່າວ: ກະຊວງການຕ່າງປະເທດ

Leave a Reply

Your email address will not be published. Required fields are marked *