• Sat. Sep 30th, 2023

Lao Sport Update

ຮອບດ້ານວົງການກິລາ

ກະຊວງກະສິກຳ ແລະ ປ່າໄມ້ ຈະຕິດກາໝາຍ QR code ໃສ່ລົດບໍລິຫານລັດຖະການ 2.351 ຄັນ

ເພື່ອເປັນການຈັດຕັ້ງປະຕິບັດດໍາລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນ 29 ກັນຍາ 2021, ໃນວັນທີ 11 ພະຈິກ 2022 ຄະນະຮັບຜິດຊອບ ກະຊວງກະສິກໍາ ແລະ ປ່າໄມ້ (ກປ) ໄດ້ປະສານສົມທົບກັບຄະນະຮັບຜິດຊອບກະຊວງການເງິນ ຈັດຕັ້ງພິທີຕິດແຜ່ນກາໝາຍ (QR code) ພາຫະນະຮັບໃຊ້ທາງລັດຖະການ ຂອງກະຊວງກະສິກໍາ ແລະ ປ່າໄມ້.

 

ການຕິດແຜ່ນກາໝາຍນໍາໃຊ້ລົດຂອງລັດນີ້ ແມ່ນຈະຖືກບັນທຶກເຂົ້າໃນລະບົບຄຸ້ມຄອງຊັບສິນຂອງລັດເປົ້າໝາຍແມ່ນເພື່ອສະດວກໃນການຕິດຕາມກວດກາການນໍາໃຊ້ ລົດຂອງລັດໃຫ້ຖືກຕ້ອງ ຕາມເປົ້າໝາຍ, ມີຄວາມໂປ່ງໃສ, ສາມາດກວດສອບໄດ້ໂດຍ ຜ່ານການສະແກນ QR code ພ້ອມທັງມີການຄຸ້ມຄອງ, ຮັບປະກັນການເຄື່ອນໄຫວວຽກງານ ລວມຂອງລັດ ແລະ ວິຊາສະເພາະ ຂອງແຕ່ລະພາກສ່ວນຕາມກົດໝາຍ ແລະ ລະບຽບການ.

ເຊິ່ງພາຫະນະທີ່ກະຊວງກະສິກໍາຈະຕິດ ແຜ່ນກາໝາຍທັງໝົດມີຈໍານວນ 2.351 ຄັນ, ໃນນີ້ມີລົດໃຫຍ່ມີຈໍາ ນວນ 885 ຄັນ ແລະ ລົດຈັກ 1.466 ຄັນ.

.

ທີ່ມາ:ຂ່າວສານກະສິກຳ,ປ່າໄມ້ ແລະ ພັດທະນາ ຊົນນະບົດ

Leave a Reply

Your email address will not be published. Required fields are marked *