ເຫັນຫຼາຍຄອມເມັ້ນບອກວ່າ ນະຄອນຫຼວງວຽງຈັນ ( ທີມບານເຕະຊາຍ ) ຟອມບໍ່ດີເຂົ້າຮອບແບບອີ່ລາກອີ່ເລືອ ຕາມພາສາທ້ອງຖິ່ນ ແຕ່ສາມາດກ້າວໄປເຖິງການຄວ້າແຊັມການແຂ່ງຂັນບານເຕະແຫ່ງຊາດ ປະຈໍາປີ 2022 ໄດ້ຢ່າງຍິ່ງໃຫຍ່.
ໂດຍນັດຊີງຊະນະເລີດ ນະຄອນຫຼວງວຽງຈັນ ຄອງເກມໄດ້ເໜືອກວ່າ ກ່ອນເອົາຊະນະ ຊຽງຂວາງ 2-0 ຄວ້າແຊ້ມໄປຄອງ (ເບິ່ງຄລິບຜົນງານຂອງ ນະຄອນຫຼວງວຽງຈັນ ລຸ່ມນີ້:
ຂໍ້ສະຫຼຸບການແຂ່ງຂັນບານເຕະຊາຍ ປະຈໍາການແຂ່ງຂັນບານເຕະແຫ່ງຊາດ 2022 ມີດັ່ງນີ້:
-ແຊັມ: ນະຄອນຫຼວງວຽງຈັນ ໄດ້ຮັບຂັນແຊັມ ແລະ ຫຼຽນລາງວັນ ພ້ອມກັບເງິນລາງວັນ 100 ລ້ານກີບ
-ຮອງແຊັມ: ແຂວງຊຽງຂວາງ ໄດ້ຮັບຫຼຽນລາງວັນ ແລະ ເງິນລາງວັນ 50 ລ້ານກີບ
-ລາງວັນດາວຍິງປະຕູສູງສຸດ: ສຸລີ ຍັນລະສີ ຈາກແຂວງຊຽງຂວາງ ລົງສະໜາມ 6 ນັດ ຍິງໄດ້ 5 ປະຕູ
-ຜູ້ຮັກສາປະຕູດີເດັ່ນ: ໄຊນະຄອນ ດາລາແສນ ຈາກນະຄອນຫຼວງວຽງຈັນ ລົງສະໜາມ 5 ນັດ ເສຍພຽງ 1 ປະຕູ.
-ຄູຝຶກດີເດັ່ນ: PHANTHAWAT SUPHAWASANTICHON ສັນຊາດໄທ ຈາກນະຄອນຫຼວງວຽງຈັນ
-ນັກກີລາດີເດັ່ນປະຈຳການແຂ່ງຂັນ: ວິໄລ ກຸລັງສີ ຈາກນະຄອນຫຼວງວຽງຈັນ ລົງສະໜາມ 6 ນັດ ຍິງໄດ້ 3 ປະຕູ.