• Thu. Jun 1st, 2023

Lao Sport Update

ຮອບດ້ານວົງການກິລາ

ເຈົ້າກະເຮັດໄປໄດ້! ຊິຊາຣິໂຕ ທໍາທ່າເຈັບບໍ່ຄືຈັກໜ້ອຍລະຫວ່າງແຂ່ງຂັນ ກ່ອນຖືກໂຊຊຽລຖະຫຼົ່ມ

ຮາເວຍ ເອນານເດຊ ຫຼື ຮູ້ຈັກກັນກດີໃນນາມ ຊິຊາຣິໂຕ ກອງໜ້າຂອງສະໂມສອນ ລອສແອງເຈລິສ ແກເລັກຊີ ທໍາທ່າເຈັບລະຫວ່າງການແຂ່ງຂັນບານເຕະລີກ ເມເຈີລີກ ຊອກເກີ ສະຫະລັດອາເມຣິກາ ນັດທີ່ທີມບຸກໄປສະເໝີກັບ ໂຕຣອນໂຕ ເອັຟຊີ 2-2.

ນັດດັ່ງກ່າວ ຊິຊາຣິໂຕ ມີຈັງຫວະກະທັບນັກເຕະຄູ່ແຂ່ງ ຈົນເອົາບ່າໄຫຼ່ໄປຕໍາກັບຄູ່ແຂ່ງແບບເບົາໆ ຂະນະດຍວກັນກໍມີນັກເຕະອີກຄົນຂອງ ໂຕຣອນໂຕ ຍ່າງເຂົ້າມາຫາລາວ ກ່ອນຈົບທີ່ແຂ່ງກາຍເປັນ ຊິຊາຣິໂຕ ກ່ອນທີ່ລາວຈະທໍາທ່າຢ້ານກົວລວມເຖິງເຮັດທໍາທ່າເຈັບປວດສຸດໆ ແລະ ນອກລົງກັບພື້ນສະໜາມແບບບໍ່ແຄ່ສື່ ແລະ ບໍ່ຄືສຸດໆ.

ຈາກເຫດການດ່ງກ່າວມີຄົນໃນໂລກອອນລາຍໄດ້ວິຈານ ແລະ ເວົ້າສຽດສີນາໆໃສ່ ຊິຊາຣິໂຕ ກັບການທໍາທ່າດັ່ງກ່າວ ໂດຍບາງຄອມເມັ້ນບອກວ່າ ໂຕຣອນໂຕ ຂ້າ ຊິຊາຣິໂຕ ຊະແລ້ວ ແລະ ມີອີກວ່າ ຂ້ອຍຫວັງວ່າ ຊິຊາຣິໂຕ ກັບຟື້ນຕົວຈາກເລື່ອງນີ້ໄດ້.

Leave a Reply

Your email address will not be published. Required fields are marked *