ອອກເດີນທາງເປັນທີ່ຮຽບຮ້ອຍ ສໍາລັບຕົວແທນປະເທດລາວ ຄົນທໍາອິດໃນເວທີ Miss Earth 2022 ຄື ນ້ອງ ຕາໂຕ ຈິນຕະນາ ຄິດາພອນ Miss Earth Laos 2022 ໃນວັນທີ 10 ພະຈິກ 2022 ທີ່ ສະໜາມບິນສາກົນວັດໄຕ ໂດຍມີຄອບຄົວ ໝູ່ເພື່ອນ ຮ່ວມສົ່ງຢ່າງອົບອຸ່ນ
.
ເຊິ່ງ ການເດີນທາງໃນຄັ້ງນີ້ ຖືເປັນຄັ້ງທໍາອິດທີ່ ຕາໂຕ ເດີນທາງອອກຕ່າງປະເທດໃນຖານະນາງງາມ ຕົວແທນປະເທດ ແລະ ເປັນເທື່ອທໍາອິດທີ່ເດີນທາງໄກຈາກພໍ່ແມ່
ຕາໂຕ້ ໄດ້ບອກວ່າ ກ່ອນອື່ນຂໍສະແດງຄວາມເຄົາລົບ ແລະ ຮູ້ບຸນຄຸນມາຍັງປະທານກອງປະກວດ Miss Earth Laos ຂອບໃຈແມ່ Tim Bouapheng ຂອບໃຈເອື້ອຍ Kwan Kwan ແລະ ແມ່ WA WA NA Lak พี่นุก Nachapat Shinawatra
ທີ່ໄດ້ເບິ່ງເຫັນສັກະຍາພາບ ແລະ ມອບໂອກາດໄດ້ດຳລົງຕຳແໜ່ງ Miss Earth Laos 2022 ໃຫ້ນ້ອງໄດ້ເປັນໂຕແທນສາຍສະພາຍລາວເພື່ອໄປເຜີຍແຜ່ວັດທະນະທຳ ແລະ ການອະນຸລັກສິ່ງແວດລ້ອມຂອງລາວໄປເຜີຍແຜ່ສູ່ສາກົນຢູ່ທີ່ປະເທດຟິລິປິນ
ຂອບໃຈທີມ ທີ່ຮັກ ແລະ ຊັບພອດຕະຫລອດມາ ອ້າຍ Bay Luangprabang & Khamsao Bounsavaeg ຜູ້ໃຫ້ຄຳປຶກສາ Lay Thammavong
ທີ່ສຳຄັນຕາໂຕຈະບໍ່ມີມື້ນີ້ ຖ້າບໍ່ມີແຟນໆນາງງາມທັງຫລາຍທີ່ໃຫ້ກຳລັງໃຈທີ່ດີ ແລະ ໃຫ້ຄຳຕິຊົມຈົນເປັນຕາໂຕໃນທຸກມື້ນີ້
ຕາໂຕຂໍສັນຍາຈະຕັ້ງໃຈປະໜ້າທີ່ Miss Earth lao 2022 ໃຫ້ດີທີ່ສຸດເທົ່າທີ່ຜູ້ຍິ່ງຄົນນີ້ຈະເຮັດໄດ້
ສໍາລັບການແຂ່ງຂັນແມ່ນ ນ້ອງຕາໂຕ ຈະເດີນທາງໄປທີ່ປະເທດໄທກ່ອນ ເພື່ອຮຽນຮູ້ ແລະ ຂອບໃຈສະປອນເຊີທີ່ປະເທດໄທ ຈາກນັ້ນກໍຈະເດີນທາງໄປເກັບໂຕທີ່ປະເທດຟິລິບປິນ ມື້ຕັດສິນຕາມແຜນແມ່ນວັນທີ 29 ພະຈິກ ຈາກນີ້ຝາກທຸກຄົນຕິດຕາມຊົມ ແລະ ເຊຍ ໃຫ້ກໍາລັງໃຈ ການເຄື່ອນໄຫວຕ່າງໆຂອງ ຕາໂຕ ໄດ້
..
ຈາກ: Miss Earth Laos ມີສເອີຣສລາວ
ພາບ: AMR