ດັ່ງທີ່ຮູ້ວ່າ ປີເຕີ ພັນທະວົງ ກອນໜ້າຕົວເກັ່ງຂອງທີມຊາດລາວ ຢູ 16, 17 ແລະ 19 ປີ ແລະ ສະໂມສອນ ເອສະຣາ ເອັຟຊີ ລົງສະໜາມນັດໃສ່ຈະໃສ່ຜ້າລ໊ອກເຂົ່າຂວາຕະຫຼອດ ຈົນກາຍເປັນແຟຊັນທີ່ຫຼາຍຄົນກ່າວຫາ ແຕ່ທີ່ຈິງແລ້ວແມ່ນມີອາການບາດເຈັບບໍລິເວນດັ່ງກ່າວ ເລີຍໃສ່ຜ້າລ໊ອກ ແລະ ຝືນລ໋ອກລົງເຕະຜ່ານມາ (ຄລິບລຸ່ມນີ້ )
ຫຼ້າສຸດ Happy World ອີກໜຶ່ງເພຈ໌ເກາະຕິດນັກກີລາລາວ ລາຍງານວ່າ: ປີເຕີ ຜ່າແລ້ວ!!! ເຂົ່າເບື້ອງຂວາທີ່ຝືນລ໋ອກລົງເຕະຜ່ານມາ ປັດຈຸບັນຢູ່ໃນໄລຍະພັກຟື້ນຫຼັງຈາກຜ່າຕັດເອັນຫົວເຂົ່າ ຫວັງວ່າຈະກັບມາຟິດຊ່ວຍທີມຊາດໂດຍໄວ ແລະ ເຊື່ອວ່າຫຼັງຈາກອາການເຄື່ອງຫາຍໄປ ຈະກັບມາລະເບີດປະຕູແບບເຕັມຄາລາເບວໃຫ້ແຟນບານໜຳາໃຈໄດ້.
ສໍາລັບ ປີເຕີ້ ພັນທະວົງ ຜົນງານປີນີ້ໂດດເດັ່ນ ພາ ຢູ 19 ລາວ ຄວ້າອັນດັບ 2 ບານເຕະຊີງແຊັມອາຊຽນ ແລະ ຫຼ້າສຸດ ຍິງປະຕູສຳຄັນໃສ່ ອຸດເບກີສຖານ ພາທີມຊາດລາວຜ່ານເຂົ້າຮອບສຸດທ້າຍຂອງການແຂ່ງຂັນບານເຕະຊີງແຊັມອາຊີ ຢູ 17 ຮອບຄັດເລືອກ ຈົນໄດ້ສິດໄປຫຼິ້ນຮອບສຸດທ້າຍ ເບິ່ງຜົນງານຂອງ ປີເຕີ ໄດ້ທີ່ຄລິບລຸ່ມນີ້:
ປີເຕີ ດາວດວງໃໝ່ຂອງວົງການບານເຕະລາວ ປະຈໍາປີ 2022