• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ເລີ່ມດີຂຶ້ນເລື້ອຍໆ ທີມຊາດລາວ ຊຸດໃຫຍ່ ອຸ່ນເຄື່ອງຊະນະ ສະຣະບູຣີ 4-0 ກຽມລຸຍ Mitsubishi Cup

ທີມຊາດລາວ ຊຸດໃຫຍ່ ເດີນທາງໄປເກັບໂຕຝືກຊ້ອມທີ່ Kirin Valley Sports Resort ເຂົາໃຫຍ່ ປະເທດໄທ ເພື່ອກຽມຄວາມພ້ອມຮ່ວມການແຂ່ງຂັນບານເຕະຊາຍຊີງແຊັມອາຊຽນ ຫຼື ລາຍການ AFF Mitsubishi Electric Cup 2022.ຜົນງານນັດທໍາອິດ ເບິ່ງຄລິບລຸ່ມນີ້

ກ່ອນໜ້ານີ້ອຸ່ນເຄື່ອງສະເໝີກັບ ເມືອງທອງ ຢູໄນເຕັດ 0-0 ຫຼ້າສຸດເມື່ອວັນທີ 9 ພະຈິກ 2022 ລົງອຸ່ນເຄື່ອງກັບສະໂມສອນ ສະຣະບູຣີ ຢູໄນເຕັດ ( SARABURI UNITED ) ຜ່ານການແຂ່ງຂັນປາກົດວ່າ: ທີມຊາດລາວ ຊຸດໃຫຍ່ ສາມາດເອົາຊະນະ 4-0 ( ຂໍ້ມູນຮູບຈາກ: SARABURI UNITED )

ສ່ວນນັດອຸ່ນເຄື່ອງຂອງ ທີມຊາດລາວ ຊຸດໃຫຍ່ ມີດັ່ງນີ້:
-12/11/ 2022 ພົບກັບ ສະໂມສອນ ຫ້ວຍຕາລັງ
-15/11/2022 ພົບກັບ ນະຄອນລາສສະສີມາສດ້າ

ສໍາລັບ ທີມຊາດລາວຊຸດໃຫຍ່ຖືກຈັດຢູ່ກຸ່ມບີ ປະກອບມີ ຫວຽດນາມ, ມາເລເຊຍ, ສິງກະໂປ, ມຽນມາ ແລະ ລາວ,ການແຂ່ງຂັນຈະມີຂຶ້ນໃນລະຫວ່າງວັນທີ 20 ທັນວາ 2022 – 16 ມັງກອນ 2023 ເຊິ່ງຮອບແບ່ງກຸ່ມ ແຕ່ລະທີມຈະໄດ້ຫລິ້ນຢູ່ບ້ານສອງນັດ ແລະ ນອກບ້ານສອງນັດ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະກຸ່ມ ເຂົ້າຮອບ 4 ທີມສຸດທ້າຍ, ຮອບ 4 ທີມສຸດທ້າຍຈະແຂ່ງສອງນັດໄປ-ກັບ ເຊັ່ນດຽວກັບຮອບຊີງຊະນະເລີດ.

ສໍາລັບ ຕາຕະລາງ ການແຂ່ງຂັນຂອງທີມຊາດລາວ ຊຸດໃຫຍ່ໃນລາຍການ AFF Mitsubishi electric Cup 2022 (ຮອບແບ່ງກຸ່ມ)
– ວັນທີ 21 ທັນວາ : ທີມຊາດລາວ ພົບກັບ ທີມຊາດຫວຽດນາມ (ສະໜາມກິລາແຫ່ງຊາດ ຫຼັກ16)
– ວັນທີ 24 ທັນວາ : ທີມຊາດມາເລເຊຍ ພົບ ທີມຊາດລາວ ທີ່ມາເລເຊຍ
– ວັນທີ 27 ທັນວາ : ທີມຊາດລາວ ພົບກັບ ທີມຊາດສີງກະໂປ (ສະໜາມກິລາແຫ່ງຊາດ ຫຼັກ16)
– ວັນທີ 30 ທັນວາ : ທີມຊາດມຽນມາ ພົບ ທີມຊາດລາວ ທີ່ມຽນມາ

Leave a Reply

Your email address will not be published. Required fields are marked *