• Sat. Sep 30th, 2023

Lao Sport Update

ຮອບດ້ານວົງການກິລາ

ບ້ານເມືອງຢູ່ເຢັນເປັນສຸກ ຝ່າຍປະຊາຊົນ ຊະນະ ຝ່າຍລັດຖະກອນ 5-4 ງານຕີຄີບຸນທາດຫຼວງ 2022

ມື້ນີ້ວັນ 15 ຄໍ່າເດືອນສິບສອງລາວຂອງທຸກໆປີ ແລະ ປີນີ້ກົງກັບວັນອັງຄານທີ 8 ພະຈິກ 2022 ເປັນມື້ສຸດທ້າຍຂອງບຸນທາດຫຼວງ ຫຼັງຈາກທີ່ໄດເປິດໃຫ້ເຂົ້າໄປສັກກາລະບູຊາພະທາດຫລວງ ແລະ ເລີ່ມຄົບງັນບຸນນະມັດສະການພະທາດຫລວງ ມາຕັ້ງແຕ່ທ້າຍອາທິດທີ່ຜ່ານມາ

ເຊິ່ງຕອນບ່າຍຂອງວັນດັ່ງກ່າວໄດ້ມີການແຂ່ງຂັນ ຕີຄີ ເພື່ອທວາຍຊາຕາຂອງບ້ານເມືອງໄດ້ (ຕາມຄວາມເຊື່ອທີ່ເລົ່າ ສືບຕໍ່ກັນມາ); ຫາກປີໃດ ຝ່າຍລັດຖະບານຊະນະ ແມ່ນປີນັ້ນ ຝົນບໍ່ຕົກຕ້ອງຕາມລະດູ, ຜົນຜະລິດບໍ່ສູງ ເຂົ້າໝາກປາແພງ, ມີໂຈນຂີ້ລັກງັດແງະຫລາຍ, ເກີດພະຍາດ ລະບາດ, ແຕ່ຖ້າປີໃດ ຝ່າຍປະຊາຊົນ ຊະນະ ປີນັ້ນ ຝົນຟ້າເປັນໃຈ ຜົນຜະລິດໄດ້ຫລາຍ, ເຂົ້າປາອາຫານ ເຫລືອຢູ່ເຫລືອກິນ, ປະຊາຊົນຢູ່ເຢັນ ເປັນສຸກ ບ້ານເມືອງສະຫງົບສຸກ.

ຜ່ານການແຂ່ງຂັນປາກົດວ່າ: ຝ່າຍປະຊາຊົນ ສາມາດເອົາຊະນະ 5-4 ຈະເຮັດໃຫ້ປີນີ້ຝົນຟ້າເປັນໃຈ ຜົນຜະລິດໄດ້ຫລາຍ, ເຂົ້າປາອາຫານ ເຫລືອຢູ່ເຫລືອກິນ, ປະຊາຊົນຢູ່ເຢັນ ເປັນສຸກ ບ້ານເມືອງສະຫງົບສຸກ

Leave a Reply

Your email address will not be published. Required fields are marked *