ເດ ເຄອາ ຜູ້ຮັກສາປະຕູ ແມນເຊັສເຕີ ຢູໄນເຕັດ ທໍາລາຍສະຖິຕິລົງສະໜາມລວມທັງໝົດເຖິງ 35,039 ນາທີ ນັບແຕ່ຍ້າຍຈາກ ແອັດເລຕິໂກ ມາດຣິດ ມາຫຼິ້ນໃຫ້ກັບ ແມນເຊສເຕີ ຢູໄນເຕັດ ເມື່ອປີ 2011 ດ້ວຍຄ້ວາຕົວ 19 ລ້ານປອນ ຫຼັງນັດຫຼ້າສຸດພາທີມເສຍໃຫ້ກັບ ແອສຕັນ ວິລລາ 1-3 ເມື່ອທ້າຍອາທິດ ທີ່ຜ່ານມາ.
ຜົນດັ່ງກ່າວເຮັດມຫ້ ເດ ເຄອາ ທໍາລາຍສະຖິຕິເກົ່າຂອງ ເບນ ຟອສເຕີ ຜູ້ຮັກສາປະຕູທີ່ອໍາລາວົງການໄປແລ້ວ ທີ່ລົງແຂ່ງຂັນເວລາລວມ 34,959 ນາທີ.
ສໍາລັບ ເດ ເຄອາ ປັດຈຸບັນອາຍຸ 32 ປີຮັບໃຊ້ ແມນເຊັສເຕີ ຢູໄນເຕັດ ເປັນລະດູການທີ 13 ແລະ ເຫຼືອສັນຍາຈົນຈົບລະດູການນີ້ ແຕ່ມີເງື່ອນໄຂຕໍ່ສັນຍາໄດ້ອີກ 1 ປີ ໂດຍລົງສະໜາມໄປແລ້ວ 506 ແລະ ສາມາດບໍ່ເສຍປະຕູເຖິງ 174 ນັດ.