• Wed. Jun 7th, 2023

Lao Sport Update

ຮອບດ້ານວົງການກິລາ

ໂອບາເມຢອງ ກັບມາ ພຣີເມ່ຍລີກ ອີກຄັ້ງ ຮ່ວມທັບ ເຊວຊີ ເຊັນສັນຍາ 2 ປີ

ທັບສິງຟ້າ ເຊວຊີ ປະສົບຜົນສຳເລັດໄດ້ ປີແອ ເອເມຣິກ ໂອບາເມຢອງ ສູນຫນ້າຊາວກາບ໋ອງ (ກາບົງ) ໄວ 33 ປີ ຈາກບາຣເຊໂລນ້າ ດ້ວຍຄາໂຕ 10.3 ລ້ານປອນ ເຊັນສັນຍາ 2 ປີ ກາຍເປັນນັກເຕະຄົນທີ 9 ທີ່ເຊວຊີ ຊື້ມາເສີມທັບ ຕໍ່ຈາກ ເວັສລີ້ ໂຟຟານ້າ ກອງຫລັງລາຍຫລ້າສຸດຈາກ ເລັສເຕີ ປະມານ 70 ລ້ານປອນ.

ໂອບາເມຢອງ ກັບມາ ພຣີເມ່ຍລີກອີກຄັ້ງ ພາຍຫລັງຢູ່ກັບ ອາຣເຊນໍລ ລະຫວ່າງປີ 2018–2022 ລົງຫລິ້ນ 163 ນັດ ຍິງ 92 ປະຕູ ຊ່ວຍ ເດີ ກັນເນີ ໄດ້ແຊ້ມ ເອຟເອຄັບ ແລະ ຄອມມູນີຕີ້ຊິວ ຢ່າງລະໜຶ່ງສະໄໝ ລວມທັງຮອງແຊ້ມລີກຄັບ ແລະ ຢູໂຣປ້າລີກ, ຈາກນັ້ນຍ້າຍໄປ ບາຣຊ້າ ລົງຫລິ້ນ 24 ນັດ ຍິງ 13 ປະຕູ.

ພ້ອມກັນນີ້ ເຊວຊີ ກໍໄດ້ ເດັນນິສ ຊາກາເຣຍ ກອງກາງຊາວສະວິດເຊີແລນ ໄວ 25 ປີ ຍືມມາຈາກ ຢູເວັນຕຸສ ພ້ອມເງື່ອນໄຂຊື້ຂາດ. ລວມແລ້ວ ການຊື້ນັກເຕະເສີມທັບຂອງ ເຊວຊີ ໃນລະດູການໃໝ່ນີ້ ສູງເຖິງ 270 ລ້ານປອນ ພາຍຫລັງໄດ້ເຈົ້າຂອງທີມໃໝ່ ທັອດ ໂບລີ້ ມະຫາເສດຖີຊາວອາເມຣິກາ ມາບໍລິຫານທີມແທນເຈົ້າຂອງເກົ່າ ໂຣມັນ ອັບບຣາໂມວິກ ກາຍເປັນທີມທີ່ຊື້ນັກເຕະມາເສີມທັບຫລາຍສຸດໃນຮອບທຳອິດລະດູການນີ້.

Photo: Chelsea Football Club

Leave a Reply

Your email address will not be published. Required fields are marked *