• Sat. Sep 30th, 2023

Lao Sport Update

ຮອບດ້ານວົງການກິລາ

ຝັນຕ້ອງກາຍເປັນຈີງ ຖ້າເຮົາມຸ້ງໝັ້ນບໍ່ທໍ້ກັບອຸປະສັກ ເບິ່ງໜຸ່ມສຸລິເປັນແບບຢ່າງ

ByAdmin S

Nov 7, 2022

ຄົນເຮົາທຸກຄົນມີຝັນມາຄວາມຢາກໄດ້ ຢາກມີ ຢາກເຫັນ ແລະຢາກເປັນເຈົ້າຂອງແຕ່ມີໜ້ອຍຄົນທີ່ຈະໄປເຖິງຝັນ ຍ້ອນເສັ້ນທາງເດີນບໍໄດ້ຮວຍດ້ວຍກີບກຸຫຼາບ ຕ້ອງຟັນຜ່າອຸປະສັກຫຼາຍຢ່າງຈິ່ງເຮັດໃຫ້ຄວ້າໄຊໄດ້ ເຊິ່ງໜຸ່ມຄົນນີ້ທີ່ແອັດນຳມາສະເໜີມື້ນີ້ເປັນຊາຍໜຸູ່ມຄືກັນກັບທຸກໆຄົນເກີດມາພ້ອມໜຶ່ງສະໝອງສອງມືເປົ່າ ແຕ່ຢາກມີລົດໃຫຍ່ ລາວຈິ່ງສູ້ຊົນສຸດຄວາມສາມາດໃນສິ່ງທີ່ຖະໜັດຈົນໃນທີ່ສຸດໄດ້ໃນສິ່ງທີ່ຫວັງ.

ອ້າຍບ່າວຄົນນີ້ໃສ່ຊື່ວ່າ ໜຸ່ມ STS73 ລາວເປັນຄົນທີ່ຕາມຫາຝັນມາຕະຫຼອດໂດຍການຮ້ອງເພັງ ແລະວາດຝັນໄວ້ຕ້ອງຫາເງິນຊື້ລົດໃຫຍ່ຄັນງາມມາຂີ່ໃຫ້ຈົງໄດ້, STS73 ຫຼື ຊື່ແທ້ ທ້າວ ສຸລິ ນັນທະວົງ ນັກຮ້ອງໄວໜຸ່ມທີ່ມີຜົນງານເພງດັງຫຼາກຫຼາຍ ແລະມີຖານແຟນຄັບ ທັງລາວ ແລະ ປະເທດເພື່ອນບ້ານອີກຫຼາຍ.

ແຕ່ຊີວິດຂອງນ້ອງບໍ່ໄດ້ໂຮຍດ້ວຍກີບກຸຫຼາບ ຈິ່ງຕ້ອງດິ້ນຮົນຫາສິ່ງທີ່ຫວັງນ້ອງສຸລິໄດ້ແຈ້ງເກີດຈາກການຮ້ອງເພງນໍາໝູ່ເພງ ບ່າວກໍາມະກອນ ຕອນນັ້ນດັງຢູ່ Tiktok ທັງປະເທດໄທ ແລະ ລາວ ໃນພາບ MV ມີແຕ່ສຽງເພງແລະນໍ້າສຽງທີ່ສໍາຜັດເຖິງຄຸນະພາບໄດ້ເພາະ ພາບ MV ແມ່ນນ້ອງເອົາໂທລະສັບຖ່າຍພາບມັນຂ້ອນຂ້າງບໍ່ແຈ້ງ ແຕ່ດ້ວຍນໍ້າສຽງ ແລະ ຄວາມໝາຍຂອງເນື້ອເພງໄດ້ກິນໃຈທັງຄົນລາວ ແລະ ໄທ ຈົນຕອນນີ້ເຮັດໃຫ້ເພງນີ້ມີຍອດວິວຫຼາຍເຖິງ 31,000,000 ວິວ.

ດ້ວຍຄວາມສຳເລັດນີ້ຈຶ່ງເຮັດໃຫ້ Sts73 ສາມາດຊື້ລົດໃຫຍ່ຄັນງາມ ຈາກເງິນໃນການຮ້ອງເພງນັ້ນເອງ ແລະຈັ່ງໃດຕ້ອງຂໍສະແດງຄວາມຍິນດີນໍາ STS73 ທີ່ບອກເລີຍວ່າວົງການຮ້ອງເພງໄວໜຸ່ມ ແມ່ນປະສົບຜົນສໍາເລັດຫຼາຍ ແລະໜຶ່ງໃນນັ້ນກໍໜຸ່ມຄົນນີ້ລະ ຊົມເຊີຍ ແລະ ຝາກຕິດຕາມຜົນງານ ສະໜັບສະໜຸນຜົນງານຂອງ Sts73 ແນ່ເດີ້ ເຊື່ອວ່າທຸກຄົນຈະມີມື້ນີ້ ຂຶ້ນກັບເວລາໃຜມັນ.

Leave a Reply

Your email address will not be published. Required fields are marked *