ປາເຢັ້ງຊາ ລໍ່ 𝗠𝗶𝘀𝘀 𝘂𝗻𝗶𝘃𝗲𝗿𝘀𝗲 𝗹𝗮𝗼𝘀 𝟮𝟬𝟮𝟮 ມາໃນລຸກເຜົ່າລາວເທິງ ນຳຂະບວນແຫ່ຜາສາດເຜິ້ງ ທີ່ງານບຸນນະມັດສະການພະທາດຫຼວງ ບອກເລີຍສຸດເລີດ ແລະ ງົດງາມສຸດໆMiss Universe Laos ມີສຢູນິເວີຣສລາວ
.
ງານບຸນນະມັດສະການພະທາດຫລວງປີນີ້ ໄດ້ຍົກເອົາຊົນເຜົ່າກຶມມຸ ມາສະແດງ ຈຳລອງ ໃນການແຫ່ຜາສາດເຜີ້ງໃນພະທາດຫລວງ ເພື່ອຢາກສົ່ງເສີມ ທຸກໆຊົນເຜົ່າທີ່ຢູ່ໃນປະເທດລາວ ເຊິ່ງຊົນເຜົ່າກຶມມຸນີ້ ເປັນອີກຊົນເຜົ່າຫນື່ງທີ່ມີຄວາມເກ່ງກ້າສາມາດ ມາແຕ່ດັ້ງເດີມ ມີເຄື່ອງແຕ່ງກາຍ ມີພາສາປາກເວົ້າທີເປັນເອກະລັກ
.
ເຊິ່ງໃນປະຈຸບັນນີ້ໃນງານເທດສະການໃຫຍ່ຂອງລາວກໍຈະເຫັນກຸ່ມຄົນເຜົ່ານີ້ ສະແດງສິລະປະ ແລະ ສ່ວນຫລາຍຈະເປັນຂະບວນນຳຫນ້າເຊັ່ນ: ການແຫ່ຜາສາດເຜິ້ງຂອງບຸນພະທາດຫລວງ ແລະ ຂະບວນແຫ່ນາງສັງຂານ ຂອງບຸນປີໃຫມ່ລາວ ກໍຈະເຫັນເຊົ່າເຜົ່ານີ້ນຳຫນ້າຂະບວນເປັນຕົ້ນ
.
ປ່າເຢັ່ງຊາໂພສວ່າ ການສະແດງ ຈຳລອງ ໃນຄັ້ງນີ້ ຈະໃຊ້ເຄື່ອງບູຮານ ໃນການຖ່າຍທຳ ຈະມີທັງເຄື່ອງເກົ່າ ແລະ ເຄື່ອງໃຫມ່ມາໃຊ້ ໃນດ້ານແຕ່ງກາຍ ເພາະວ່າ ການທີ່ເອົາເຄື່ອງໃຫມ່ ມາສົມທົບໃນດ້ານແຕ່ງກາຍ ກໍເພາະວ່າເຄື່ອງບູຮານບາງຊິ້ນສ່ວນບາງຢ່າງກໍຫາຍາກຫລາຍ ເລີຍເອົາເຄື່ອງໃຫມ່ທີ່ໃຫ້ມັນໃກ້ຄຽງທີ່ສຸດເຂົ້າມາຊ່ວຍໃນການແຕ່ງກາຍ ເພື່ອໃຫ້ອອກມາຢ່າງສົມບູນແບບໃຫ້ໄດ້ຫລາຍທີ່ສຸດ
.
ການນຳສະເຫນີໃນຄັ້ງນີ້ ພວກເຮົາມີຈຸດປະສົງ ເພື່ອສົ່ງເສີມວັດທະນະທຳໃຫ້ຊາວຫນຸ່ມເຍົາວະຊົນລາວ ໄດ້ເຫັນເຖິງຄວາມສວຍງາມ ທຸກໆຊົນເຜົ່າ ຢູ່ໃນປະເທດລາວ ແລະ ໄດ້ເຫັນຄວາມເປັນເອກະລັກຂອງລາວ ທີ່ມີຫລາກຫລາຍ ບໍ່ວ່າຈະເປັນດ້ານສິລະປະ ວັດທະນະທຳ ການນຸ່ງຖື ທີ່ແຕກຕ່າງກັນໄປທຸກຊົນຊາດຊົນເຜົ່າໃນລາວລ້ວນແລ້ວ ແຕ່ມີຄວາມສຳຄັນ ແລະ ມີສິດສະເໝີພາບໃນສັງຄົມລາວຂອງພວກເຮົາ
.
.
ຂອບໃຈເຄື່ອງແຕ່ງກາຍງາມໆຈາກ Worldwide Gallery
ຈາກ: Payengxa Lor