• Sun. Dec 3rd, 2023

Lao Sport Update

ຮອບດ້ານວົງການກິລາ

ທີມຊາດລາວ ຊຸດໃຫຍ່ ເດີນທາງໄປເກັບຕົວທີ່ເຂົາໃຫຍ່ທີ່ໄທ ມີຄິວອຸ່ນເຄື່ອງກັບ ເມືອງທອງ ຢູໄນເຕັດ

ByAdmin KL

Nov 4, 2022 #ກິລາ

ທີມຊາດລາວ ຊຸດໃຫຍ່ ອອກເດີນທາງໄປເກັບໂຕຝືກຊ້ອມທີ່ Kirin Valley Sports Resort ເຂົາໃຫຍ່ ປະເທດໄທ ໃນວັນທີ 3 ພະຈິກ 2022 ໂດຍສະຖານທີ່ດັ່ງກ່າວກໍເຄີຍມີ ທີມຊາດໄທ ເຄີຍໄປເກັບຕົວມາກ່ອນ ເຊິ່ງຈະໄປເກັບຢູ່ທີ່ນັ້ນປະມານ 1 ເດືອນ.

ເຊິ່ງແນ່ນອນ ການເກັບໂຕຝືກຊ້ອມຄັ້ງນີ້ແມ່ນຈະໄດ້ລົງເກມອຸ່ນເຄື່ອງກັບສະໂມສອນທີມຊັ້ນນຳຂອງປະເທດໄທ ສະໂມສອນ ເມືອງທອງ ຢູໄນເຕັດ, ນະຄອນລາດສະສີມາ ມາສດ້າ, ສະລະບູລີ ເອັຟຊີ,ອຸດອນ ຢູໄນເຕັດ ແລະ ອີກຫຼາຍທີມ ເພື່ອກຽມຄວາມພ້ອມຮ່ວມການແຂ່ງຂັນບານເຕະຊາຍຊີງແຊັມອາຊຽນ ຫຼື ລາຍການ AFF Mitsubishi Electric Cup 2022 (ເບິ່ງຄວາມພ້ອມ ແລະ ລາຍຊື່ນັກເຕະທີມຊາດລາວ ຊຸດນີ້ໄດ້ທີ່ຄລິບລຸ່ມນີ້ )

ສໍາລັບ ທີມຊາດລາວຊຸດໃຫຍ່ຖືກຈັດຢູ່ກຸ່ມບີ ປະກອບມີ ຫວຽດນາມ, ມາເລເຊຍ, ສິງກະໂປ, ມຽນມາ ແລະ ລາວ,ການແຂ່ງຂັນຈະມີຂຶ້ນໃນລະຫວ່າງວັນທີ 20 ທັນວາ 2022 – 16 ມັງກອນ 2023 ເຊິ່ງຮອບແບ່ງກຸ່ມ ແຕ່ລະທີມຈະໄດ້ຫລິ້ນຢູ່ບ້ານສອງນັດ ແລະ ນອກບ້ານສອງນັດ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະກຸ່ມ ເຂົ້າຮອບ 4 ທີມສຸດທ້າຍ, ຮອບ 4 ທີມສຸດທ້າຍຈະແຂ່ງສອງນັດໄປ-ກັບ ເຊັ່ນດຽວກັບຮອບຊີງຊະນະເລີດ.

Leave a Reply

Your email address will not be published. Required fields are marked *