• Fri. Dec 8th, 2023

Lao Sport Update

ຮອບດ້ານວົງການກິລາ

ໜ້າສົນໃຈ ໃສ່ແຫວ່ນຕາເຕະບານ ສາຍຕາບໍ່ເປັນອຸປະສັກ ເພາະມັນຄືຄວາມຝັນ ຂໍພຽງໄດ້ລົງເດີ່ນ

ສ່ອງ ການແຂ່ງຂັນບານເຕະ COPA Coca-Cola Laos 2022 ການແຂ່ງຂັນບານເຕະ ນັກຮຽນສາມັນ ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ

ທີ່ເດີນທາງມາຮອດໂຄ້ 4 ທີມ ທີ່ເປັນໂຕແທນຂອງນະຄອນຫຼວງວຽງຈັນ ທີມຍິງ 2 ທີມ ທີມຊາຍ 2 ທີມ

ໜຶ່ງໃນນັ້ນຄືທີມຊຊາຍ ຈາກໂຮງຮຽນ ຫວຽນຢູ ທີມຊາຍ ທີ່ເອົາຊະນະ ຮຮ ມສ ນາຝາຍ ສູດມັນ 1- 0 ເຮັດໃຫ້ ໂຮງຮຽນ ມສ ຫງວຽນຢູ ເປັນອີກ 1 ທີມ ທີ່ເປັນໂຕແທນຂອງທີມນະຄອນຫຼວງວຽງຈັນ ຮ່ວມຊິງໄຊ ໃນການແຂ່ງຂັນດັ່ງກ່າວ

.

ປັດຈຸບັນການແຂ່ງຂັນແມ່ນໄດ້ໄປຂັດເລືອກເອົາທີມແຊ້ມ ພາກເໜືອ ແລະ ພາກໃຕ້ຢູ່ ຕາມແຜນແມ່ນທ້າຍເດືອນພະຈິກກໍຈະຮູ້ຜົນ ວ່າທີໃດຈະເປັນແຊ້ມ

.

ແຕ່ທີເດັດໃນຮອບແລ້ວນີ້ ທີມ ໂຮງຮຽນ ຫງວຽນຢູ ມີນັກເຕະຄນໜຶ່ງທີ່ໃສ່ ແຫວ່ນຕາລົງເຕະ ໃນນັດຊິງກັນ ມສ ນາຝາຍ ນ້ອງຄົນໜຶ່ງແມ່ນໄດ້ໃສ່ແຫວ່ນຕາເຕະບານ

.

ເຊິ່ງແບບໜ້າສົນໃຈ ແລະ ເປີດວາບນ້ອງຄົນນີ້ ໃຜຮູ້ຈັກ ຢາກຮູ້ຈັກ ບອກແນ່ເດີ້ ນ້ອງໃສ່ເສື້ອເບີ 15

.

.

.

ສາຍຕາສັ້ນຫຼືຍາວ ບໍ່ໄດ້ເປັນອຸປະສັກໄດ້ການລົງເດີ່ນ ບໍ່ໄດ້ເປັນອຸປະສັກໃນການຕາມຫາຄວາມຝັນ ເພາະທຸກຄົນສາມາດເຮັດໄດ້ ໃຊ້ຊີວິດໄດ້ ຂໍພຽງໄດ້ມີໂອກາດກໍເຕັມທີ່

Leave a Reply

Your email address will not be published. Required fields are marked *