• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ດີແທ້ໆ ມີບໍລິການລົດເມຟຣີ ໄປບຸນທາດຫຼວງ! ໄປທ່ຽວກັນ

ນະຄອນຫຼວງວຽງຈັນ ຈະນໍາໃຊ້ລົດເມຮັບໃຊ້ມວນຊົນມາທ່ຽວງານບຸນພະທາດຫຼວງວຽງຈັນໂດຍບໍ່ເສຍຄ່າ ເລີ່ມແຕ່ເວລາ 18.00-23:30 ໂມງ ໃນຂອບເຂດ 5 ຕົວເມືອງຄື: ສີໂຄດຕະບອງ, ຈັນທະບູລີ, ສີສັດຕະນາກ, ໄຊເສດຖາ ແລະ ໄຊທານີ ເລີ່ມແຕ່ວັນທີ 4-8 ພະຈິກ 2022 ໂດຍມີ 10 ຖ້ຽວຕໍ່ວັນ ແລະ ຈະໃຫ້ບໍລິການທຸກໆ 25-30 ນາທີ ນອກຈາກເວລາທີ່ໄດ້ກໍານົດນີ້ ແມ່ນຈະໄດ້ເສຍຄ່າບໍລິ ການ.


ທັງຫມົດນີ້ໄດ້ຕົກລົງໃນກອງປະຊຸມຈັດຂຶ້ນວັນທີ 3 ພະຈິກ 2022 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ).
ພາຍຫຼັງສໍາເລັດກອງປະຊຸມ ທ່ານພັນໂທ ວິລະວົງ ສະເໜ່ຫາ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນວ ໃຫ້ສໍາພາດວ່າ: ລັດວິສາຫະກິດລົດເມ ນວ ໄດ້ມີສ່ວນຮ່ວມໃນແຜນການແກ້ໄຂ ເຊິ່ງນໍາໃຊ້ລົດເມສາທາລະນະ 25 ຄັນ ໃນນີ້ ມີລົດເມໄຟຟ້າ 10 ຄັນ ເພື່ອອໍານວຍຄວາມສະດວກໃນຈຸດຕ່າງໆຂອງ 5 ເມືອງ.


ດັ່ງນັ້ນ, ຈຶ່ງໄດ້ເປີດກອງປະຊຸມຮ່ວມກັບພາກກ່ຽວຂ້ອງ ແລະ ອະນຸກໍາມະການກ່ຽວຂ້ອງ ແລະ ເປັນເອກະພາບ ຄື: ການກໍານົດຈຸດຮັບ-ສົ່ງມວນຊົນເຂດຮອບນອກ ຄື:


ເຂດເມືອງສີສັຕະນາກ ກໍານົດເຂດແຄມຂອງ ຂ້າງໂຮງໝໍມະໂຫສົດເບື້ອງທ່າທີ່ເປັນດິນເປົ່າຫວ່າງຂອງບໍລິສັດກິດຕິພົງ, ເມືອງຈັນທະບູລີ ໃຊ້ຮ່ວມກັນກັບເມືອງສີສັດຕະນາກ ກໍານົດຢູ່ຈຸດປະຕູໄຊ ແລະ ຕຶກກະຊວງຍຸຕິທໍາຫຼັງເກົ່າ ເມືອງໄຊເສດຖາ ກໍານົດຢູ່ຫໍປະຊຸມແຫ່ງຊາດຫຼັກ 6 ໜ້າຫໍພິພິທະພັນໄກສອນພົມວິຫານ ເຂດເສດຖະກິດບຶງທາດຫຼວງ ແລະ ຕະຫຼາດເກົ່າຫົວຂົວ ເມືອງໄຊທານີ ກໍານົດເຂດມະຫາວິທະຍາໄລແຫ່ງຊາດ ວົງວຽນດອນໜູນ ແລະ ເມືອງສີໂຄດຕະບອງ ໄດ້ກໍານົດເປັນຈຸດແລ່ນຜ່ານ ແຕ່ລະຈຸດຂຶ້ນລົດຈະມີໃຫ້ບໍລິການຝາກລົດຄື: ລົດຈັກລາຄາ 5.000 ກີບຕໍ່ຄັນ ແລະ ລົດໃຫຍ່ ລາຄາ 10.000 ກີບຕໍ່ຄັນ.


ສ່ວນຈຸດສົ່ງ-ຮັບມວນຊົນມາທ່ຽວງານບຸນໃກ້ທີ່ສຸດເຂົ້າເຖິງງານຮອບໃນ ໄດ້ອະນຸຍາດດັ່ງນີ້ ມາແຕ່ເມືອງໄຊເສດຖາ ຈະຈອດຢູ່ໄຟແດງທາດຫຼວງ ມາແຕ່ເຂດເມືອງສີສັດຕະນາກ ຈອດຢູ່ຂ້າງໄຟແດງໂພນສະອາດ ແລະ ມາແຕ່ເສັ້ນທາງເລກທີ 13 ໃຕ້ ຈອດຢູ່ວົງວຽນ 450 ປີ (ວົງວຽນໂພນເຄັງ) ເຊິ່ງລົດເມຈະໃຫ້ບໍລິການສົ່ງ ແລະ ບໍລິການຮັບຢູ່ໃນຈຸດທີ່ກ່າວມານັ້ນ ດັ່ງນັ້ນ ຮຽກຮ້ອງມາຍັງມວນຊົນທີ່ມາທ່ຽວງານບຸນໃຫ້ມີສະຕິຮັກສາວັດຖຸສິ່ງຂອງຕົນເອງໃຫ້ດີ ພ້ອມກັນປະຕິບັດລະບຽບກົດໝາຍ ກໍຄືແຈ້ງການຕ່າງໆຂອງຄະນະຮັບຜິດຊອບຢ່າງເຂັ້ມງວດ ຖ້າບໍ່ເຂົ້າໃຈໃຫ້ສອບຖາມເຈົ້າໜ້າທີ່ປະຈໍາຢູ່ແຕ່ລະຈຸດ ເພື່ອຈະໄດ້ຮັບການອໍານວຍຄວາມສະດວກ.


Cr: Vientiane Mai

Leave a Reply

Your email address will not be published. Required fields are marked *