• Sat. Jun 3rd, 2023

Lao Sport Update

ຮອບດ້ານວົງການກິລາ

ນ້ອງຊາຍ ສອນໄຊ! ຄໍາລຽນ ພັນທະໄຊ ນັກເຕະແຂວງຫົວພັນ ເຮັດແຮັດທຣິກທໍາອິດບານເຕະແຫ່ງຊາດ

ການແຂ່ງຂັນບານເຕະແຫ່ງຊາດ 2022 ມີແຮັດທຣິກທໍາອິດເກີດຂຶ້ນແລ້ວໂດຍເຈົ້າຂອງທີ່ເຮັດໄດ້ແມ່ນ ຄໍາລຽນ ພັນທະໄຊ ກອງໜ້າຂອງທີມແຂວງຫົວພັນ ທີ່ລົງແຂ່ງຂັນນັດສຸດທ້າຍຂອງກຸ່ມ ຄ ຕ້ອງລຸ້ນຈົນວິນາທີສຸດທ້າຍຂອງການແຂ່ງຂັນນັດສຸດທ້າຍຮອບແບ່ງກຸ່ມຈິ່ງຕັດສິນໄດ້ໄດ້ວ່າທີມໃດໄດ້ເຂົ້າຮອບ ໃນຕອນແລງວັນທີ 3 ພະຈິກ 2022 ປາກົດວ່າ: ແຂວງຫົວພັນ ຖະຫຼົ່ມ ຫຼວງພະບາງ 5-2, ສ່ວນ ສະຫວັນນະເຂດ ໄລ່ຕີສະເໝີ ຈໍາປາສັກ ແຊ້ມເກົ່າ 1-1.

ເຊິ່ງຫຼັງຈາກຈົບການແຂ່ງຂັນແອັດສົງໄສວ່າ ຄໍາລຽນ ພັນທະໄຊ ນາມສະກຸນດຽວຂອງ ສອນໄຊ ພັນທະໄຊ ນັກເຕະໃນເປບຊີລາວລີກ 1 ຂອງສະໂມສອນ ວຽງຈັນ ເອັຟຊີ ຈິ່ງໄດ້ສອບຖາມ ແລະ ໄດ້ຜົນວ່າເປັນອ້າຍນ້ອງກັນລາຍລະອຽດເບິ່ງຄລິບລຸ່ມນີ້:

ຜົນດັ່ງກ່າວເຮັດໃຫ້ ຫຼວງພະບາງ ຍິງມີ 6 ຄະແນນຜ່ານເຂົ້າຮອບ ໃນຖານະແຊ້ມກຸ່ມ, ສ່ວນ ສະຫວັນນະເຂດ ເກັບເພີ່ມເປັນ 4 ຄະແນນເທົ່າກັບ ຫົວພັນ ແລະ ຜົນປະຕູໄດ້ເສຍເທົ່າກັນ, ແຕ່ມາຕັດສິນດ້ວຍກົດເຮດທູເຮດເຮັດໃຫ້ ສະຫວັນນະເຂດເຂົ້າຮອບໄປ, ສ່ວນ ຫົວພັນ ກອດຄໍ ຈໍາປາສັກ ທີ່ມີ 2 ຄະແນນຕົກຮອບ.

ສໍາລັບ ທີມຜ່ານເຂົ້າຮອບ 8 ທີມສຸດທ້າຍ ຈະໄປແຂ່ງຂັນວັນອາທິດນີ້ເບິ່ງຕາມຮູບ ແລະ ຄລິບລຸ່ມນີ້:

Leave a Reply

Your email address will not be published. Required fields are marked *