• Sun. Jun 4th, 2023

Lao Sport Update

ຮອບດ້ານວົງການກິລາ

ກົດເຮດທູເຮດເຮັດອີກແລ້ວ! ຫົວພັນ ອຸດສາຍິງໃສ່ ຫຼວງພະບາງ 5-2 ແຕ່ກອດຄໍແຊ້ມເກົ່າຕົກຮອບ

ການແຂ່ງຂັນບານເຕະແຫ່ງຊາດ 2022 ຂອງກຸ່ມ ຄ ຕ້ອງລຸ້ນຈົນວິນາທີສຸດທ້າຍຂອງການແຂ່ງຂັນນັດສຸດທ້າຍຮອບແບ່ງກຸ່ມຈິ່ງຕັດສິນໄດ້ໄດ້ວ່າທີມໃດໄດ້ເຂົ້າຮອບ ໃນຕອນແລງວັນທີ 3 ພະຈິກ 2022 ປາກົດວ່າ: ແຂວງຫົວພັນ ຖະຫຼົ່ມ ຫຼວງພະບາງ 5-2, ສ່ວນ ສະຫວັນນະເຂດ ໄລ່ຕີສະເໝີ ຈໍາປາສັກ ແຊ້ມເກົ່າ 1-1.

ຜົນດັ່ງກ່າວເຮັດໃຫ້ ຫຼວງພະບາງ ຍິງມີ 6 ຄະແນນຜ່ານເຂົ້າຮອບ ໃນຖານະແຊ້ມກຸ່ມ, ສ່ວນ ສະຫວັນນະເຂດ ເກັບເພີ່ມເປັນ 4 ຄະແນນເທົ່າກັບ ຫົວພັນ ແລະ ຜົນປະຕູໄດ້ເສຍເທົ່າກັນ, ແຕ່ມາຕັດສິນດ້ວຍກົດເຮດທູເຮດເຮັດໃຫ້ ສະຫວັນນະເຂດເຂົ້າຮອບໄປ, ສ່ວນ ຫົວພັນ ກອດຄໍ ຈໍາປາສັກ ທີ່ມີ 2 ຄະແນນຕົກຮອບ.

ສໍາລັບ ທີມຜ່ານເຂົ້າຮອບ 8 ທີມສຸດທ້າຍ ຈະໄປແຂ່ງຂັນວັນອາທິດນີ້ເບິ່ງຕາມຮູບ ແລະ ຄລິບລຸ່ມນີ້:

Leave a Reply

Your email address will not be published. Required fields are marked *