• Thu. Jun 1st, 2023

Lao Sport Update

ຮອບດ້ານວົງການກິລາ

ເຊກອງ ນໍ້າຕາຕົກເຖິງຜົນປະຕູໄດ້ເສຍດີກວ່າແຕ່ຖືກ ນະຄອນຫຼວງ ເຂ່ຍຕົກຮອບດ້ວຍກົດ ເຮດທູເຮດ

ການແຂ່ງຂັນບານເຕະແຫ່ງຊາດ 2022 ຂອງກຸ່ມ ຂ ລຸ້ນເຖິງວິນາທີສຸດທ້າຍກ່ອນທີ່ ນະຄອນຫຼວງວຽງຈັນ ສະເໝີກັບ ຫຼວງນໍ້າທາ 0-0 ແລະ ຄໍາມ່ວນ ສະເໝີກັບ ເຊກອງ 1-1 ໃນວັນທີ 2 ພະຈິກ 2022

ຜົນນັດນີ້ເຮັດໃຫ້ ຄໍາມ່ວນ ເກັບເພີ່ມເປັນ 5 ຄະແນນຜ່ານເຂົ້າຮອບ 8 ທີມໃນຖານະອັນດັບ 1 ຂອງກຸ່ມ, ສ່ວນ ນະຄອນຫຼວງວຽງຈັນ ມີ 3 ຄະແນນເທົ່າກັບ ເຊກອງ ເຖິງວ່າເຊກອງ ຈະມີຜົນປະຕູໄດ້ເສຍດີກວ່າ ແຕ່ລາຍການນີ້ວັດດ້ວຍກົດເຮດທູເຮດ ເຮັດໃຫ້ ນະຄອນຫຼວງວຽງຈັນ ຜ່ານເຂົ້າຮອບໃນຖານະອັນດັບ 2 ຂອງກຸ່ມ ຂ ເນື່ອງຈາກນັດກ່ອນໜ້ານີ້ ນະຄອນຫຼວງ ພິກຊະນະ ເຊກອງ 2-1, ສ່ວນ ຫຼວງນໍ້າທາ ມີ 2 ຄະແນນຈາກການລົງແຂ່ງຂັນ 3 ນັດເທົ່າກັນຕົກຮອບເປັນ.

ສ່ວນຜົນ ກຸ່ມ ກ ແຂວງຊຽງຂວາງ ສະເໝີກັບ ບໍ່ແກ້ວ 4-4 ກວດຄໍກັນເຂົ້າຮອບ ເນື່ອງຈາກ ຊຽງຂວາງ ມີ 7 ຄະແນນຈາກ 3 ນັດຜ່ານເຂົ້າຮອບ 8 ທີມໃນຖານະແຊັມກຸ່ມ, ສ່ວນ ບໍ່ແກ້ວ ມີ 5 ຄະແນນເຂົ້າຮອບໃນຖານະອັນດັບ 2 ຂອງກຸ່ມ ຫຼັງຈາກທີ່ຜົນການແຂ່ງຂັນອີກຄູ່ໜຶ່ງ ວຽງຈັນ ບຽດຊະນະ ບໍລິຄໍາໄຊ 4-3 ເຮັດໃຫ້ ວຽງຈັນ ເກັບເພີ່ມ 3 ຄະແນນ ແລະ ບໍລິຄໍາໄຊ ມີ 1 ຄະແນນກອດຄໍກັນຕົກຮອບ.

ມາຮອດວັນທີ 2 ພະຈິກ 2022 ມີ 6 ທີມຜ່ານເຂົ້າຮອບ 8 ທີມສຸດທ້າຍແລ້ວ

Leave a Reply

Your email address will not be published. Required fields are marked *