ຕາມຂ່າວຈາກໜັງສືພິມກອງທັບປະຊາຊົນລາວໃຫ້ຮູ້ວ່າ: ພາຍຫຼັງກຳລັງເຫຼົ່າຮົບຕີພິເສດ ກອງທັບປະຊາຊົນ ລາວ-ຫວຽດນາມ ເຂົ້າຍຶດສະໜາມ ໃນ ວັນທີ 16 ສິງຫາ 2022 ຜ່ານມາ ນີ້, ປັດຈຸບັນ ທັງສອງກຳລັງແມ່ນພວມຂຸ້ນຂ້ຽວສ້າງສະໜາມ ຫັດແອບເຝິກຊ້ອມຢ່າງແຂງແຮງ ເພື່ອກະກຽມຄວາມພ້ອມຮອບ ດ້ານ, ຮັບປະກັນໃຫ້ແກ່ການ ຊ້ອມຮົບຮ່ວມເຫຼົ່າຮົບຕີພິເສດ ລາວ-ຫວຽດນາມ ພາຍໃຕ້ລະ ຫັດ “ສາຍຟ້າແມບ 01” ໃຫ້ມີ ຄວາມປອດໄພ ແລະ ໄດ້ຮັບຜົນ ສຳເລັດສູງ.
ຜ່ານການຈັດຕັ້ງປະຕິບັດ ການກະກຽມຄວາມພ້ອມດ້ານຕ່າງໆ ຂອງແຕ່ລະພາກສ່ວນເພື່ອກະກຽມເຂົ້າຮ່ວມເຝິກຊ້ອມປະສານຕົວຈິງ ທີ່ຈະເປີດຢ່າງເປັນທາງການໃນມໍ່ໆນີ້, ທັງສອງກຳລັງເຫຼົ່າຮົບຕີພິເສດ ລາວ-ຫວຽດນາມ ໄດ້ສຸມໃສ່ບຸກເບີກສະຖານທີ່ເຝິກຊ້ອມ, ກໍ່ສ້າງຂຸມຄອງ, ກໍ່ສ້າງພູມີປະເທດຈຳລອງ, ບຸກເບີກສ້ອມແປງເສັ້ນທາງເຂົ້າສະໜາມຫັດແອບ, ອະນາໄມປັບ ປຸງສະຖານທີ່ບ່ອນພັກເຊົາ, ບ່ອນກິນຢູ່ໃຫ້ມີການຮັບປະກັນ ແລະ ແທດເໝາະກັບເງື່ອນໄຂຕົວຈິງຂອງສະໜາມຫັດແອບ.
ມາຮອດປັດຈຸບັນ ແຕ່ລະໜ້າວຽກແມ່ນມີຄວາມພ້ອມ ແລະ ກຽມຮັບໃຊ້ໃນການເຝິກຊ້ອມຕົວຈິງຫຼາຍກວ່າ 90% ຂຶ້ນໄປ.
ໂດຍ: ເພັດ ສົມນໍວັນ