• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ຫຼວງພະບາງ ຟອມຮ້ອນແຮງລ້າງແຄ້ນ ຈໍາປາສັກ 2-0 ກາຍເປັນທີມທີ 8 ຜ່ານເຂົ້າຮອບ 8 ທີມ

ການແຂ່ງຂັນບານເຕະແຫ່ງຊາດ 2022 ປະເພດທີມຊາຍ ກຸ່ມ ຄ ໄດ້ 1 ທີມຜ່ານເຂົ້າຮອບ 8 ທີມສຸດທ້າຍເປັນທີ່ແນ່ນອນແລ້ວ ຫຼັງຈາກ ຫຼວງພະບາງ ສາມາດລ້າງແຄ້ນດ້ວຍການເອົາຊະນະ ຈໍາປາສັກ ແຊ້ມເກົ່າ 2-0 ໃນການແຂ່ງຂັນບານເຕະແຫ່ງຊາດ 2022 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 (ສະໜາມໃນ) ເຮັດໃຫ້ ຫຼວງພະບາງ ເກັບເພິ່ມເປັນ 6 ຄະແນນຈາກ 2 ນັດຜ່ານເຂົ້າຮອບ 8 ທີມເປັນທີ່ແນ່ນອນແລ້ວ ແລະ ເປັນທີມທີ 2 ຕໍ່ຈາກແຂວງຊຽງຂວາງ ທີ່ຜ່ານມາເຂົ້າຮອບ 8 ທີມ, ສ່ວນ ຈໍາປາສັກ ລົງສະໜາມ 2 ນັດມີ 1 ຄະແນນຕ້ອງໄປລຸ້ນນັດສຸດທ້າຍ

ສ່ວນອີກຄູ່ໜຶ່ງຂອງກຸ່ມ ຄ ແຂວງຫົວພັນ ເສຍໃຫ້ກັບ ສະຫວັນນະເຂດ 0-2 ເຮັດໃຫ້ ແຂວງສະຫວັນນະເຂດ ເກັບ 3 ຄະແນນຈາກ 2 ນັດເລື່ອນຂຶ້ນທີ 2 ຂອງກຸ່ມ ແລະ ຫົວພັນ ຍັງມີ 1 ຄະແນນເຮັດໃຫ້ຕ້ອງໄປຕັດສິນເຂົ້າຮອບສຸດທ້າຍ ໂດຍນັດສຸດທ້າຍກຸ່ມນີ້ຈະໄປແຂ່ງຂັນໃນວັນທີ 3 ພະຈິກ 2022 ແຂວງຫົວພັນ ພົບກັບ ຫຼວງພະບາງ ສະໜາມກີລາແຫ່ງຊາດ ຫຼັກ 16 ( ສະໜາມນອກ ) ແລະ ຈໍາປາສັກ ພົບ ສະຫວັນນະເຂດ ທີ່ສະໜາມກິລາກອງທັບ ຫຼັກ 5 ແຂ່ງຂັນພ້ອມກັນເວລາ 15:30 ໂມງ

ຂະນະທີ່ ຜົນການແຂ່ງຂັນຄູ່ອື່ນໆໃນວັນດັ່ງກ່າວ ສາຍ ງ ແຂວງໄຊສົມບູນ ຊະນະ ແຂວງໄຊຍະບູລີ 3-1

Leave a Reply

Your email address will not be published. Required fields are marked *