• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ເວລສ໌ ກຽມພິຈາລະນາປ່ຽນຊື່ທີມຊາດ ຫຼັງຈົບການແຂ່ງຂັນບານໂລກ ທີ່ກາຕ້າ

ສະມາຄົມບານເຕະເວລສ໌ ( ເອັຟເອດັບເບິລຢູ ) ປະກາດກຽມພິຈາລະນາປ່ຽນຊື່ທີມບານເຕະຂອງຕົວເອງໂດຍຈະໃສ່ຊື່ວ່າ: ຄໍາຣີ ( Cymru ) ຫຼັງຈົບການແຂ່ງຂັນບານໂລກ 2020 ທີ່ກ້າຕາ ເຊິ່ງຈະແຂ່ງຂັນກັນລະຫວ່າງວັນທີ 20 ພະຈິກ – 18 ທັນວາ 2022.

ປັດຈຸບັນ ສະຫະພັນບານເຕະນາໆຊາດ ( ຟີຟາ ) ແລະ ສະຫະພັນບານເຕະເອີຣົບ ( ຢູຟາ ) ຈະເອີ້ນຊື່ທີມບານເຕະຂອງແຕ່ລະປະເທດຕາມພາສາອັງກິດ. ຢ່າງໃດກໍຕາມ ເວລສ໌ ໄດ້ມີການປຶກສາຫາລືກັບອົງກອນບານເຕະເອີຣົບ ກ່ຽວກັບເລື່ອງປ່ຽນຊື່ທີມຊາດເປັນ ຄໍາຣີ ( Cymru ) ເຊິ່ງເປັນພາສາເວລສ໌ທ້ອງຖິ່ນ.

ທ່ານ ໂນລ ມູນີ ປະທານບໍລິຫານອົງກອນບານເຕະເວລສ໌ ລະບຸວ່າ: ຊື່ ຄໍາຣີິ ຈະຖືກນໍາໃຊ້ສໍາລັບການແຂ່ງຂັນບານເຕະລະດັບນາໆຊາດ ຫຼັງຈົບການແຂ່ງຂັນບານໂລກ 2022 ທີ່ປະເທດກາຕ້າ.

Leave a Reply

Your email address will not be published. Required fields are marked *