• Sat. Jun 3rd, 2023

Lao Sport Update

ຮອບດ້ານວົງການກິລາ

ສ່ອງສາວງາມຮອງອັນດັບ 2 Miss Grand Laos 2022 ຈິດຕາ ທິບພອນໂພສີ

ສະບາຍດີ ມືໜີແອັດມິນນ້ອຍຈະມາມາສ່ອງຄວາມງາມ ແລະ ມາທຳຄວາມຮູ້ຈັກກັບ ຮອງອັນດັບ 2 ໃນເວທີ Miss Grand Laos 2022 ນັ້ນຄືນ້ອງຈິດຕາ ທິບພອນໂພສີ ຫຼື ມິມີ່ MGL 09.

ປັດຈຸບັນອາຍຸ 25 ປີ ສູງ 172 ຊັງຕີແມັດ, ນ້ຳໜັກ 49,8 ກິໂລກຣາມ, ສັດສ່ວນ 32 – 23 – 36 ຈາກນະຄອນຫຼວງວຽງຈັນ, ຮຽນຈົບຈາກສະຖາບັນການທ່ອງທ່ຽວ ແລະ ການໂຮງແຮມແຫ່ງຊາດ ປັດຈຸບັນທັງຮຽນຕໍ່ຢູ່ວິທະຍາໄລເຕັກນິກປາກປ່າສັກ ປີ 3 ຫ້ອງ HTM3/2 ແລະ ເຮັດວຽກເປັນພະນັກງານຕ້ອນຮັບເທິງເຮືອບິນ ຢູ່ບໍລິສັດ private jet ຍົນສ່ວນຕົວ ແລະ ຍັງຮຽນຈົບພາສາອັງກິດຢູ່ Petaling japa,Selangor, Malaysia.

.

ຜ່ານມາແມ່ນເຄີຍລົງປະກວດ Miss Laos 2020, ເດີນແບບ wow fashion week ແລະ ຫຼ້າສຸດເຄີຍເປັນນາງແບບໃຫ້ Lao fashion week 2022.

ຈຸດເລີ່ມຕົ້ນຂອງການມາປະກວດຄັ້ງນີ້ແມ່ນ ແນ່ນອນວ່າແມ່ຍິງທຸກຄົນມີຄວາມຝັນ ແລະ ນ້ອງກໍເປັນໜຶ່ງໃນນັ້ນທີ່ຢາກເຮັດໃຫ້ຄວາມຝັນຂອງຕົນເອງເປັນຈິງ ແມ່ຍິງທຸກຄົນງາມໝົດແຕ່ຖ້າງາມແທ້ໆກໍຕ້ອງມີມົງກຸດຢັ້ງຢືນ ເພາະນ້ອງເຊື່ອວ່າ ການທີ່ເຮົາຜ່ານການປະກວດ ໄດ້ຕຳແໜ່ງ ຫຼື ບໍ່ໄດ້ຕຳແໜ່ງມັນກໍເປັນການພິສູດແລ້ວວ່າ ນ້ອງຄືຄົນງາມທີ່ແທ້ຈິງ.

.

.

.

.

 

 

 

 

Leave a Reply

Your email address will not be published. Required fields are marked *