ເດີນທາງໄປປະກວດເພື່ອຄວາມຝັນ! ອຸ໋ງ ນາຍແບບຊື່ດັງສັງກັດ First Modeling ສາມາດຜ່ານເຂົ້າໄປໃນລາຍການ The Star ຄົ້ນຟ້າຄວ້າດາວ 2022, ລາຍການຊື່ດັງຂອງປະເທດໄທທີ່ໄດ້ສ້າງສິລະປິນຜູ້ເປັນຕໍານານໃນປະເທດໄທຫຼາຍຄົນ!
.
ອຸງ ທົດສະພອນ ສິດພະໄຊ ເປັນ Mister National Universe Lao 2017/ Model / Actor ນາຍແບບ ນັກສະແດງໜຸ່ມລາວ ປັດຈຸບັນສັງກັດຢູ່ຄ້າຍ First Modeling
ຈາກການສອບຖາມຂໍ້ມູນກັບ ອຸ໋ງ, ກ່ອນທີ່ຈະໄປອອກລາຍການແມ່ນຜ່ານຮອບ Online ເຊິ່ງມີຄົນສະໝັກຫຼາຍກວ່າ 17,000 ຄົນ ແລະ ຕໍ່ມາກໍຜ່ານເຂົ້າຮອບ 15-16 ຄົນສຸດທ້າຍໃນການເປັນໂຕແທນພາກອີສານ.
.
.
ໃນຮອບນີ້ເພງ “เจ็บที่ยังรู้สึก” ເປັນເພງທີ່ອຸ໋ງເລືອກຮ້ອງເພື່ອສື່ໃຫ້ກໍາມະການນັ້ນຮູ້ສຶກເຖິງອາລົມໃນການຮ້ອງເພງອອກມານໍາ!
ຕິດຕາມຊົມ The Star 2022 ທຸກວັນອາທິດ ເວລາ 18:00 ທາງຊ່ອງວັນ 31