• Sun. Jun 4th, 2023

Lao Sport Update

ຮອບດ້ານວົງການກິລາ

ສາຍ ຂ ບານເຕະແຫ່ງຊາດ ຕ້ອງລຸ້ນເຖິງນັດສຸດທ້າຍ ຫຼັງ ນະຄອນຫຼວງ ພິກຊະນະ ເຊກອງ

ການແຂ່ງຂັນບານເຕະແຫ່ງຊາດ 2022 ປະເພດທີມຊາຍ ກຸ່ມ ຂ ຍັງຕັດສິນເຂົ້າຮອບບໍ່ໄດ້ຕ້ອງໄປຕັດສິນກັນນັດສຸດທ້າຍ ຫຼັງຈາກທີ່ ນະຄອນຫຼວງວຽງຈັນ ສາມາດພິກເອົາຊະນະ ເຊກອງ 2-1 ໃນໄລຍະທ້າຍເກມ ປະຈໍາການແຂ່ງຂັນວັນທີ 31 ຕຸລາ 2022 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 (ສະໜາມໃນ)

ສ່ວນ ອີກຄູໜຶ່ງ ຄໍາມ່ວນ ສະເໝີກັບ ຫຼວງນໍ້າທາ ເຮັດໃຫ້ ຄໍາມ່ວນ ເກັບເພີ່ມເປັນ 4 ຄະແນນຢຶດທີມນໍາສາຍ ຂ, ສ່ວນ ເຊກອງ ມີ 3 ຄະແນນຢູ່ທີ 2 ໂດຍມີຄະແນນເທົ່າກັບ ນະຄອນຫຼວງວຽງຈັນ ແລະ ຫຼວງນໍ້າທາ ມີ 1 ຄະແນນເຮັດໃຫ້ກຸ່ມນີ້ຕ້ອງໄປຕັດສິນກັນນັດສຸດທ້າຍໃນວັນທີ 2 ພະຈິກ 2022 ໂດຍ ນະຄອນຫຼວງພົບກັບ ຫຼວງນໍ້າທາ, ສ່ວນ ຄໍາມ່ວນ ພົບກັບ ເຊກອງ.

ຂະນະທີ່ ຜົນການແຂ່ງຂັນຄູ່ອື່ນໆໃນວັນດັ່ງກ່າວ ບໍລິຄໍາໄຊ ສະເໝີກັບ ບໍ່ແກ້ວ 2-2 ທີ່ສະໜາມກິລາກອງທັບ ຫຼັກ 5 ແລະ ແຂວງຊຽງຂວາງ ຊະນະ ວຽງຈັນ 1-0 ທີ່ສະໜາມບານເຕະຫຍ້າທຽມ ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ.

Leave a Reply

Your email address will not be published. Required fields are marked *