ເປັນອີກເລື່ອງລາວທີ່ຢາກເລົ່າຕໍ່ໆກັນ ເມື່ອ ໂຄຊເອັກຊ໌ ຄູຝຶກຂອງທີມ Basic ໃນຮຸ່ນອາຍຸບໍ່ເກີນ 10 ທີ່ເຄີຍນໍາທີມເສຍໃຫ້ກັບ WIG NAGA ທີມເຍົາວະຊົນລາວ ເຖິງ 2 ຄັ້ງ 2 ຫົນ ໃນການແຂ່ງຂັນ SAT Football Thailand championship 2022 ຈົນຫຼ້າສຸດເພິ່ນອອກມາຍອມຮັບຊໍ້າໃຈ ແລະ ໄດ້ບົດຮຽນກ່ອນປັບປຸງທີມຈົນກັບມາສະແດງຜົນງານເດັ່ນຄວ້າ 2 ແຊ້ມພາຍໃນ 2 ວັນ.
ຫວນຄືນໄປກ່ອນໜ້ານີ້ WIG NAGA ໃນຮຸ່ນອາຍຸບໍ່ເກີນ 10 ທີມເຍົາວະຊົນລາວ ສ້າງຜົນງານຢ່າງໂດດເດັ່ນ ໃນລາຍການແຊ້ມຊົນແຊ້ມ ຫຼື ລາຍການ SAT Football Thailand championship 2022 ທີ່ຊຽງຣາຍ ປະເທດໄທ ລະຫວ່າງວັນທີ 22-23 ຕຸລາ 2022 ລົງສະໜາມນັດທໍາອິດ ຖະຫຼົ່ມ ຊຽງຣາຍ 11-0, ນັດທີ 2 ຊະນະ ສູນຝຶກຟຸດບອລມານິດນ້ອຍເວດ 2-0 ກ່ອນທີ່ນັດທີ 3 ຈະບຽດຊະນະ Basic 1-0 ຜ່ານເຂົ້າຮອບ 4 ທີມກ່ອນເສຍໄປ ເຮັດໃຫ້ຕ້ອງໄປຊີງອັນດັບ 3 ໂຄຈອນໄປພົບກັບ Basic ອີກຄັ້ງປາກົດວ່າ: ນັດຊີງອັນດັບ 3 ເອກະລາດ ວິໄລກຸນ ຫົວທີມຂອງ WIG NAGA ຍິງປະຕູໄຊຈາກຟຣີຄິກໃຫ້ກັບທີມຢໍ້າແຄນ Basic 1-0 ຄວ້າອັນດັບ 3 ໄປຄອງ.
ຫຼ້າສຸດ ໂຄຊເອັກຊ໌ ອອກມາເປີດເຜີຍຜ່ານເພຈ໌ ບອລເດັກໄທ ວ່າ: ຫຼັງພາດທ່າເສຍໃຫ້ກັບ WIG NAGA ໃນລາຍການແຊ້ມຊົນແຊັມ ໄປຢ່າງໜ້າເສຍດາຍ, ພ້ອມກັບມາແກ້ໄຂຈຸດອ່ອນ ແລເວນໍາກັບມາສ້າງົນງານຢ່າງໂດດເດັ່ນໃນລາຍການ PNC Football club ໃນວັນທີ 29 ຕຸລາ 2022 ແລະ KJL SUPER CUP 2022 ໃນວັນທີ 30 ຕຸລາ 2022 ຈົນສາມາດຄວ້າແຊ້ມໄປທັງ 2 ລາຍການ.
ເພຈ໌ດັ່ງກ່າວລະບຸວ່າ: ໜ້າປະເທດໃຈ ທີມ Basic ແລະ Futboys ໃນຮຸ່ນອາຍຸບໍ່ເກີນ 10 ປີບໍ່ເຄີຍເຮັດໃຫ້ຜິດຫວັງ ຫຼັງຄວ້າແຊ້ມລວດ!!! ບໍ່ເສຍກັບຜົນງານຂອງ ໂຄຊເອັກຊ໌
ຄລິບຜົນງານທີ່ຜ່ານມາ