ທີມບານເຕະຊາຍ ແຂວງຈໍາປາສັກ ແຊ້ມເກົ່າໃນປີ 2020 ເປີດຕົວໄດ້ບໍ່ດີປານໃດບໍ່ສາມາດເຈາະ ແຂວງຫົວພັນໄດ້ ກ່ອນຈົບດ້ວຍຜົນສະເໝີກັນ 0-0 ໃນການແຂ່ງຂັນບານເຕະແຫ່ງຊາດ 2022 ນັດທໍາອິດ ເມື່ອວັນທີ 30 ຕຸລາ 2022 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16. ເຮັດໃຫ້ 2 ນັດທີ່ເຫຼືອງານໜັກເພາະຈະຕ້ອງລຸ້ນເຂົ້າຮອບກັບ ຫຼວງພະບາງ ຮອງແຊ້ມເກົ່າ ແລະ ສະຫວັນນະເຂດ ໃນກຸ່ມ ຄ.
ສ່ວນອີກຄູ່ໜຶ່ງ ແຂວງຫຼວງພະບາງ ສາມາດພິກບຽດເອົາຊະນະ ແຂວງສະຫວັນນະເຂດ 2-1 ເຮັດໃຫ້ເກັບ 3 ຄະແນນຢຶດທີມນໍາກຸ່ມ ຄ ໂດຍມີ ຈໍາປາສັກ ແລະ ຫົວພັນ ຕາມມາທີ່ມີ 1 ຄະແນນເທົ່າກັນ, ສ່ວນ ສະຫວັນນະເຂດ ຍັງບໍ່ມີຈັກຄະແນນ, ສ່ວນຕັດຕໍ່ໄປກຸ່ມນີ້ແຂ່ງຂັນໃນວັນທີ 1 ພະຈິກ 2022.
ຂະນະທີ່ ຜົນການແຂ່ງຂັນອີກຄູ່ໜຶ່ງ 1 ອັດຕະປື ສະເໝີກັບ ໄຊຍະບູລີ 2-2 ນັດທໍາອິດຂອງກຸ່ມ ງ.