• Sat. May 27th, 2023

Lao Sport Update

ຮອບດ້ານວົງການກິລາ

ງາມແທ້ງາມວ່າ 2 ປະຕູຂອງ ອານຸສັກ ຍິງໄດ້ນັດຊີງຊະນະເລີດ ຖືກເລືອກໃຫ້ເປັນລູກຍິງສຸດງາມ(ຄລິບ)

ສຸດຍອດໄປເລີຍ ສໍາລັບຫຼານນ້ອຍເຍົາວະຊົນລາວຢ່າງ ທ້າວ ອານຸສັກ ວິໄລກຸນ ( ບຽວເກດ ) ນັກເຕະເຍົາວະຊົນລາວອາຍຸພຽງ 7 ປີກາຍ ທີ່ຍິງ 2 ປະຕູສໍາຄັນໃຫ້ກັບ ມາຊດ້າ ຈີບີ ເອັຟຊີ ຢູ 8 ຕີສະເໝີ ສະຫວັດດີບໍວອນ 2 ຄັ້ງ 2 ຫົນ ໄດ້ຖືກເລືອກໃຫ້ເປັນລູກຍິງທີ່ງົດງາມທີ່ສຸດປະຈໍາການແຂ່ງຂັນບານເຕະ ແຊ້ມຊົນແຊັມ 2022 ລະຫວ່າງວັນທີ 22-23 ຕຸລາ 2022 ທີ່ຊຽງຣາຍ ປະເທດໄທ.

ດັ່ງທີ່ຮູ້ນັດຊີງຊະນະເລີດ ມາຊດ້າ ຈີບີ ເອັຟຊີ ຢູ 8 ຖືກນໍາໄປກ່ອນ 2 ຄັ້ງ, ແຕ່ ອານຸສັກ ກໍຍິງຕີສະເໝີໃຫ້ກັບທີມໄດ້ 2 ຄັ້ງ ຈາກລູກຟຣີຄິກ ແລະ ບອລເລ ເຂົ້າໄປຢ່າງສວຍງາມກ່ອນພາທີມຕີສະເໝີກັບ ສະວັດດີບໍວອນ ທີມດັງຈາກໄທ ແລະ ໄປຕັດສິນດ້ວຍການດວນຈຸດໂທດ ເປັນ ມາຊດ້າ ທີມຈາກລາວ ເອົາຊະນະ ຄວ້າໄປແຊ້ມໄປຄອງ.

ເຊິ່ງ 2 ປະຕູດັ່ງກ່າວຖືກເລືອກໃຫ້ເປັນ 2 ປະຕູທີ່ງາມທີ່ສຸດປະຈໍາລາຍການດັ່ງກ່າວ ໂດຍປະຕູທໍາອິດຈາກລູກຟຣີຄິກຂອງ ອານຸສັກ ຍິງໄດ້ຊ່ວຍໃຫ້ທີມຕີສະເໝີ 1-1 ຖືກເລືອໃຫ້ເປັນປະຕູງາມທີ່ສຸດອັນດັບ 3 ແລະ ປະຕູທີ 2 ທີ່ ອານຸສັກ ຍິງໄດ້ຖືກເລືອກໃຫ້ເປັນປະຕູທີ່ງົດງາມທີ່ສຸດປະຈໍາການແຂ່ງຂັນອັນດັບ 1 ລາຍລະອຽດໄປເບິ່ງຄລິບເລີຍ.

Leave a Reply

Your email address will not be published. Required fields are marked *