ທີມບານເຕະຊາຍ ແຂວງຄໍາມ່ວນ ເປີດຕົວໄດ້ຢ່າງໂດດເດັ່ນສາມາດເອົາຊະນະ ນະຄອນຫຼວງວຽງຈັນ 3-0 ໃນການແຂ່ງຂັນບານເຕະແຫ່ງຊາດ 2022 ມື້ທໍາອິດປະຈໍາວັນທີ 29 ຕຸລາ 2022 ທີ່ສະໜາມກິລາຫຍ້າທຽມ ບ້ານຫ້ວຍຫົງ.
ສ່ວນ ແຂວງຊຽງຂວາງ ກໍເປີດຕົວໄດ້ດີຊະນະ ບໍລິຄໍາໄຊ 4-2 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ( ສະໜາມໃນ ) ແລະ ຄູ່ທີສະໜາມນອກແມ່ນ ແຂວງບໍ່ແກ້ວ ບຽດຊະນະ ແຂວງວຽງຈັນ 1-0.
ຂະນະທີ່ ຄູ່ທີ່ສະໜາມກອງທັບ ຫຼັກ 5 ແຂວງເຊກອງ ເອົາຊະນະ ແຂວງຫຼວງນໍ້າທາ 3-1
ສໍາລັບ ມື້ອື່ນ 30 ຕຸລາ 2022 ຈະມີການແຂ່່ງອີກ 4 ຄູ່ ໄດ້ຕາຕະລາງຈະລາຍງານໃຫ້ຊາບພາຍຫຼັງ