ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ສະບັບເລກທີ 1163/ອຄ, ລົງວັນທີ 1 ກັນຍາ 2022 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັດ ລາວ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.
ອີງຕາມທິດຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດເສດຖະກິດ ທັງເປັນຫົວໜ້າຄະນະສະເພາະກິດ 36/ນຍ ຄັ້ງວັນທີ 01 ກັນຍາ 2022 ແລະ ອີງຕາມ ສະພາບການເໜັງຕີງຂຶ້ນ-ລົງ ລາຄານໍ້າມັນເຊື້ອໄຟ ໃນຕະຫຼາດໂລກ ແລະ ໃນຂົງເຂດ.
ເພື່ອເຮັດໃຫ້ການປັບລາຄານໍ້າມັນເຊື້ອໄຟ ພາຍໃນປະເທດ ຂຶ້ນ-ລົງ ຕາມການເໜັງຕີງຂອງຕະຫຼາດໂລກ ທັງນີ້ ກໍເພື່ອ
ຮັບປະກັນການສະໜອງນໍ້າມັນເຊື້ອໄຟ ໃຫ້ເປັນປົກກະຕິ. ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ອອກແຈ້ງການ ເຖິງ ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັດ ລາວ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປ່າຂາຍຍ່ອຍນໍ້າມັນເຊື້ອໄຟ ຊາບ ແລະ ປະຕິບັດ ດັ່ງນີ້:
1. ຫຼຸດຄັງແຮນໍ້າມັນແອັດຊັງພິເສດ ລົງ 380 ກີບ/ລິດ ແລະ ຄັງແຮນໍ້າມັນກາຊວນ ຫຼຸດລົງ 410 ກີບ/ລິດ.
2. ຫຼຸດຄ່າບໍລິການສະເພາະນໍ້າມັນກາຊວນຂອງ ບໍລິສັດນໍາເຂົ້າ ແລະ ສົ່ງອອກ ລົງ 150 ກີບ/ລິດ, ຫຼຸດຄ່າບໍລິການ
ບໍລິສັດຈຳໜ່າຍພາຍໃນ ແລະ ປໍ້ານໍ້າມັນເຊື້ອໄຟ ລົງ 100 ກີບ/ລິດ/ຊະນິດ.
ປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ທຸກຊະນິດຄື: ນໍ້າມັນແອັດຊັງພິເສດ 120 ກີບ/ລິດ, ນໍ້າມັນແອັດຊັງທຳມະດາ
ປັບຂຶ້ນ 710 ກີບ/ລິດ ແລະ ນ້ຳມັນກາຊວນ ປັບຂຶ້ນ 950 ກີບ/ລິດ ເລີ່ມປະຕິບັດວັນທີ 2 ກັນຍາ 2022 ເວລາ 6:00 ໂມງ, ເຮັດໃຫ້ລາຄານ້ຳແອັດຊັງພິເສດ ຈາກລາຄາເດີມ 25.750 ກີບ ປັບຂຶ້ນເປັນ 25.870 ກີບ; ແອັດຊັງທຳມະດາ ຈາກລາຄາເດີມ 19.240 ກີບ ປັບຂຶ້ນເປັນ 19.950 ກີບ ແລະ ນ້ຳມັນກາຊວນ ຈາກລາຄາເດີມ 18.860 ກີບ ປັບຂຶ້ນເປັນ 19.810 ກີບ.