ປ່ຽນບັນຍາກາດໄປເບິ່ງຄວາມໜ້າຮັກໆກັບພາບ ແລະ ວີດີໂອຂອງ ຫຼານນ້ອຍເຍົາວະຊົນລາວຂອງ ມາຊດ້າ ຈີບີ ເອັຟຊີ ( MAZDA GB FC ) ໃນຮຸ່ນອາຍຸບໍ່ເກີນ 8 ປີຄວ້າແຊ້ມ ໃນການແຂ່ງຂັນບານເຕະ 7 ຄົນລາຍການ SAT FOOTBALL THAILAND CHAMPIONSHIP 2022 ຫຼື ລາຍການແຊັມພົບແຊັມ ໃນລະຫວ່າງວັນທີ 22-23 ຕຸລາ 2022 ທີ່ສະໜາມ ອົງການບໍລິຫານສ່ວນຈັງຫວັດຊຽງຣາຍ ປະເທດໄທ ເຊິ່ງຫຼັງຈາກໄດ້ແຊັມກໍຍ່າງໄປຂອບໃຈກອງເຊຍທີ່ອັດສະຈັນ ກ່ອນສະຫຼອງແຊ້ມດ້ວຍທ່າເຕັ້ນສຸດຄັກໆ ແລະ ເປັນຕາແພງ ເບິ່ງຄລິບລຸ່ມນີ້:
ລາຍການດັ່ງກ່າວ ອານຸສັກ ຍິງໄປເຖິງ 9 ປະຕູໃນ 4 ນັດທໍາອິດ ( ຮອບແບ່ງກຸ່ມ 3 ນັດ ແລະ ຮອບຮອງຊະນະເລີດ 1 ນັດ ) ພາ ມາຊດ້າ ຈີິບີ ເອັຟຊີ ຢູ 8 ຜ່ານເຂົ້າຮອບຊີງຊະນະເລີດໄປແບບສະບາຍໆ ເຊິ່ງຮອບຊີງຊະນະເລີດ ສະຫວັດດີບໍວໍຣ ໄດ້ປະຕູຂຶ້ນນໍາໄປກ່ອນ 2 ຄັ້ງ 2 ຫົນ, ແຕ່ກໍຖືກ ອານຸສັກ ຍິງໃຫ້ທີມຈາກລາວ ຕີສະເໝີໄດ້ 2 ຄັ້ງ 2 ຫົນຄືກັນ ກ່ອນສະເໝີກັນ 2-2 ຈົນຕ້ອງໄປຕັດສິນດວນການດວນຈຸດໂທດເປັນ ທີມຈາກລາວ ເອົາຊະນະໄປ 4-3 ຄວ້າແຊ້ມໄປຄອງ