• Fri. Dec 1st, 2023

Lao Sport Update

ຮອບດ້ານວົງການກິລາ

ກຽມສ້ອມແປງໃຫຍ່ອາຄານຫໍຄຳ ພາຍຫລັງກໍ່ສ້າງມາຫລາຍກວ່າ 48 ປີ

ByAdmin N

Oct 28, 2022 #ຫໍຄຳ

ຂປລ. ຫ້ອງວ່າການສໍານັກງານປະທານປະເທດ ກຽມລົງມືສ້ອມແປງໃຫຍ່ອາຄານຫໍຄຳ ເຊິ່ງມີອາຍຸຫລາຍກວ່າ 48 ປີ, ມາຮອດປັດຈຸບັນ ສະພາບຂອງອາຄານມີຄວາມຊຸດໂຊມຫລາຍເຊັ່ນ: ມີການຮົ່ວຊຶມ, ແຕກແຫງ ແລະ ເປ່ເພ.


ທ່ານ ເພັດສະໝອນ ພັນທະວົງ ຮອງຫົວໜ້າ ຫ້ອງວ່າການສໍານັກງານປະທານປະເທດ ໄດ້ ຖະແຫລງຂ່າວໃນວັນທີ 27 ຕຸລາ 2022 ວ່າ: ຫ້ອງວ່າການສໍານັກງານປະທານປະເທດ ແຈ້ງຂ່າວມາຍັງທຸກໆພາກສ່ວນ ການຈັດຕັ້ງທັງພາກລັດ ແລະ ເອກະຊົນ ຕະຫລອດຮອດ ພໍ່, ແມ່ ປະຊາຊົນລາວໃນຂອບເຂດທົ່ວປະເທດ ຊາບວ່າ ອີງຕາມການຕົກລົງຂອງຂັ້ນເທິງ ແລະ ອີງຕາມສະພາບການນໍາໃຊ້ອາຄານຫໍຄຳ ໄດ້ສ້າງມາຫລາຍກວ່າ 48 ປີ.

ມາຮອດປັດຈຸບັນ ສະພາບຂອງອາຄານມີຄວາມຊຸດໂຊມຫລາຍເຊັ່ນ: ມີການຮົ່ວຊຶມ, ແຕກແຫງ ແລະ ເປ່ເພ. ສະນັ້ນ, ຈຶ່ງມີຄວາມຈໍາເປັນໃນການສ້ອມແປງໃຫຍ່ອາຄານດັ່ງກ່າວ ແນໃສ່ຮັບປະກັນຄວາມປອດໄພ ແລະ ຄວາມແຂງແຮງແໜ້ນໜາຂອງໂຄງສ້າງ, ທັງຮັກສາເອກະລັກດ້ານວັດທະນະທຳ, ຮັກສາດ້ານສະຖາປານິກ ທີ່ມີຄຸນຄ່າດ້ານປະຫວັດສາດ, ເປັນມໍລະດົກອັນສຳຄັນແຫ່ງມູນເຊື້ອປະຫວັດສາດຂອງຊາດລາວເຮົາ, ເປັນສະຖານທີ່ເຮັດວຽກ ແລະ ຕ້ອນ ຮັບແຂກຂອງປະມຸກລັດ ເຊິ່ງເປັນຜູ້ຕາງໜ້າຂອງປະຊາຊົນລາວບັນດາເຜົ່າທີ່ຢູ່ທັງພາຍໃນ ແລະ ຕ່າງປະ ເທດ, ຕາມການອອກແບບທີ່ໄດ້ຮັບການຮັບຮອງ ແລະ ຢັ້ງຢືນຈາກລັດຖະບານ.

ຂ່າວ: ກິດຕາ

Leave a Reply

Your email address will not be published. Required fields are marked *