• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ແຊ້ມເກົ່າ ຈໍາປາສັກ ປ່ອຍຂອງແລ້ວປະກາດ 25 ນັກເຕະ ລຸ້ນປ້ອງກັນແຊ້ມບານເຕະແຫ່ງຊາດ 2022

ທັບນັກກິລາບານເຕະ ແຂວງຈໍາປາສັກ “ເສືອໃຕ້ ແດນຈຳປາ” ປະກາດລາຍຊື່ 25 ນັກເຕະຢ່າງເປັນທາງການ ພ້ອມກັບໂສມໜ້ານັກເຕະ ແລະ ອອກເດີນທາງ ເພື່ອປ້ອງກັນແຊັມ ການແຂ່ງຂັນລາຍການກິລາບານເຕະແຫ່ງຊາດ ປະຈຳປີ 2022 ທີ່ນະຄອນຫຼວງວງຽຈັນ ( ເບິ່ງຕາມຮູບລຸ່ມນີ້ )

ກ່ອນອອກເດີນທາງມີການນໍາຂັ້ນສູງຂອງແຂວງຈໍາປາສັກ ນໍາໂດຍ ທ່ານ ນາງ ບົວລຽນ ມະນີວົງ ກຳມະການພັກແຂວງ ປະທານສານປະຊາຊົນແຂວງ ມີບັນດາທ່ານຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຄະນະບໍລິງານສະຫະພັນກິລາບານເຕະແຂວງຈໍາປາສັກ ແລະ ເອື້ອຍນ້ອງສະຫະພັນແມ່ຍິງແຂວງຈໍາປາສັກ ໄປສົ່ງ ແລະ ມອບຊໍ່ດອກໄມ້ໃຫ້ກຳລັງໃຈຢ່າງອົບອຸ່ນ.

ສໍາລັບ ຕາຕະລາງການແຂ່ງຂັນຂອງທິມແຂວງຈໍາປາສັກໃນຮອບແບ່ງກຸ່ມ ປະກອບມີ 3 ນັດຄື:
+ວັນທີ 30/10/2022 ພົບແຂວງຫົວພັນ;
+ວັນທີ 1/11/2022 ພົບ ແຂວງຫຼວງພະບາງ;
+ວັນທີ 3/11/2022 ພົບ ແຂວງສະຫວັນນາເຂດ;

Leave a Reply

Your email address will not be published. Required fields are marked *