ຄຳວ່າສຳລານກໍ່ໝາຍເຖິງເຕັມທີ່ແລ້ວກັບຄວາມຫຼູຫຼາອາລັງການ ແຕ່ນີ້ເປັນສຳລານທີ່ໃຫຍ່ສຸດໃນໂລກ ຢາກໃຫ້ແຟນຂ່າວໄດ້ເບິ່ງເປັນບົດຮຽນຄວາມຮູ້ ມັນຫວືຫວາອາລັງການພຽງໃດກັນແທ້.
ເຮືອສຳລານທີ່ໃຫຍ່ສຸດໃນໂລກ ກຳລັງຈະເປີດຕົວໃນໄວໆໃນີ້ກໍ່ຄືປີ 2024 ທີ່ລັດຟໍລີດາ ສະຫະລັດອາເມລິກາ ເປັນເຮືອ ຣໍຍັນແຄຣິບບຽນ ມີຄວາມຍາວ 364.96 ແມັດ ກວ້າງ 48.50 ແມັດ ມີຊື່ວ່າ Icon of the Seas ລວມມີ 18 ຊັ້ນ ຄວາມສູງ 66 ແມັດ ຄວາມໜັກຂອງເຮືອລຳນີ້ 2,5 ໂຕນ.
ໃນເຮືອມີ 2,805 ຫ້ອງນອນ ສາມາດບັນຈຸຜູ້ໂດຍສານໄດ້ 7,600 ຄົນ ບວກກັບລູກເຮືອກໍ່ຄືພະນັກງານບໍລິການອີກ 2,350 ຄົນລວມໆແລ້ວເກືອບ 10 ພັນຄົນ ມີແຜນອອກເດີນທາງຄັ້ງທຳອິດກັບແຂກໃນວັນທີ 28 ມັງກອນປີ 2024 ຈາກໄມອາມີ.
Icon of the Seas ໄດ້ຊື່ວ່າເປັນເກາະສະຫວັນ ໃນນັ້ນມີຄົບທຸກຢ່າງນັບແຕ່ນ້ຳຕົກຕາດສູງ 16 ແມັດ ສວນສະໜຸກທີ່ຫຼາກຫຼາຍເຖິງ 7 ແຫ່ງ ມີສະໄລເດີ້ທີ່ທຳລາຍສະຖິຕິ6 ແຫ່ງ ສະລອຍນ້ຳ 9 ອ່າງ ເອີ້ນວ່າເປັນເຮືອສຳລານທີ່ດີທີ່ສຸດເທົ່າທີ່ເຄີຍມີມາ.
ບໍ່ພຽງເທົ່ານັ້ນຍັງມີເຂດສີຂຽວເຊິ່ງເປັນຕົ້ນໄມ້ຂອງແທ້ ແລະພື້ນທີ່ອາບແດດໂດມວິວ 360 ອົງສາ, ມີພັດທະນາຄານ, ສູນອາຫານ, ດົນຕີສົດ, ບາ ແລະສິ່ງອຳນວຍຄວາມສະດວກອື່ນໆອີກຫຼາຍຢ່າງ.
ເທິງເຮືອມີທັງທີ່ພັກແບບສ່ວນຕົວ ແບບຄອບຄົວທີ່ເປັນໄຮໄລ້ໃຫ້ລູກຄ້າໄດ້ເລືອກຕາມໃຈ ເອີ້ນວ່າເຮືອລຳນີ້ແມ່ນຈະເປັນສູນລວມແຫ່ງປະສົບການທີ່ດີທີ່ສຸດໃຫ້ກັບແຂກທຸກຄົນທີ່ມາຂຶ້ນເຮືອໃນວັນພັກພິເສດ ທັງໃນຮູບແບບບົກ ແລະທະເລ ການບໍລິການໃຫ້ສົມກັບຄວາມພະຍາຍາມກໍ່ສ້າງໃນໄລຍະເວລາ 10 ປີ ຄືເລີ່ມແຕ່ປີ 2014 ຂະນະນີ້ພວມຢູ່ລະຫວ່າງການຕົບແຕ່ງ.