• Sat. Jun 3rd, 2023

Lao Sport Update

ຮອບດ້ານວົງການກິລາ

ເອກະລາດ-ອານຸສັກ 2 ອ້າຍນ້ອງນັກເຕະເຍົາວະຊົນລາວ ຜົນງານເດັ່ນທີມຈາກໄທພ້ອມດຶງໄປຮ່ວມທີມ

ເປັນຂ່າວດີສຸດໆ ເມື່ອສະໂມສອນເຍົາວະຊົນຈາກປະເທດໄທ ໄດ້ໃຫ້ຄວາມສົນໃຈ 2 ອ້າຍນ້ອງຕະກຸນ ວິໄລກຸນ ຢ່າງ ທ້າວ ເອກະລາດ ວິໄລກຸນ ( ໄທເກີ ) ຈາກສະໂມສອນ WIG NAGA ຮຸ່ນອາຍຸບໍ່ເກີນ 10 ປີ ແລະ ທ້າວ ອານຸສັກ ວິໄລກຸນ ຈາກສະໂມສອນ MAZDA GB FC ຢູ 8 ປີ ເຈົ້າຂອງລາງວັນດາວຍິງສູງສຸດ ແລະ ລາງວັນ MVP ປະຈໍາລາຍການໃຫຍ່ ແຊ້ມຊົນແຊ້ມ ປະຈໍາປີ 2022 ທີ່ຊຽງຣາຍ ປະເທດໄທ (ຄລິບ)

ຫຼ້າສຸດພໍ່ຂອງ 2 ນັກເຕະເຍົາວະຊົນ ໄດ້ລາຍງານຕໍ່ ແອັດມິນນົກ ຈາກທີມງານ i Box ວ່າ: ຫຼັງຈາກຈົບການແຂ່ງຂັນທີ່ ທ້າວ ເອກະລາດ ວິໄລກຸນ AEKALATH ( ໄທເກີ ) ຈາກສະໂມສອນ WIG NAGA ຮຸ່ນອາຍຸບໍ່ເກີນ 10 ປີ ພາທີມຄວ້າອັນດັບ 3 ແລະ ທ້າວ ອານຸສັກ ວິໄລກຸນ ຈາກສະໂມສອນ MAZDA GB FC ຢູ 8 ປີພາທີມຄວ້າແຊ້ມ ໃນລາຍການໃຫຍ່ລາຍການ ແຊ້ມຊົນຊົມ ກໍມີສະໂມສອນທີ່ມີຊື່ສຽງໃນປະເທດໄທ ເຂົ້າມາເຈລະຈາ ເພື່ອຂໍໃຫ້ທອງ 2 ນ້ອງໄປຫຼິ້ນກັບສະໂມສອນທີ່ປະເທດໄທ ໂດຍສະໂມສອນໃດນັ້ນ ແມ່ນຍັງບໍ່ຂໍເປີດເຜີຍເທື່ອ ແລະ ແນ່ນອນພໍ່ມີແຜນຈະສົ່ງລູກຊາຍໄປແຂ່ງຂັນທີ່ຕ່າງປະເທດຢູ່ແລ້ວ ຖ້າຟັງຂ່າວດີໄວໆນີ້.

ສໍາລັບ ເອກະລາດ ວິໄລກຸນ ( ໄທເກີ ) ເປັນນັກເຕະທີ່ມີຮູບຮ່າງສູງຍາວ ແຂງແຮງ ແລະ ແຮງຂວາ ສຸດພິເສດແມ່ນຍິງບານແຮງ ແລະ ທັກສະໃນການຫຼອກບານໄດ້ດີ ເຊິ່ງຜົນງານໃນລາຍການທີ່ປະເທດຄືຍິງໄປ 3 ປະຕູຊ່ວຍໃຫ້ກັບສະໂມສອນເຍົາວະຊົນລາວຢ່າງ WIG NAGA ຮຸ່ນອາຍຸບໍ່ເກີນ 10 ປີຄວ້າອັນດັບ 3 ໃນລາຍການ ໃນການແຂ່ງຂັນບານເຕະ 7 ຄົນລາຍການ SAT FOOTBALL THAILAND CHAMPIONSHIP 2022 ຫຼື ລາຍການແຊັມພົບແຊັມ ນລະຫວ່າງວັນທີ 22-23 ຕຸລາ 2022 ໂດຍສະເພາະນັດຊີງອັນດັບ 3 ຍິງປະຕູໄຊໃຫ້ກັບ ທີມເອົາຊະນະ ເບຊິກ 1-0

ສ່ວນ ທ້າວ ອານຸສັກ ວິໄລກຸນ ( ບຽວເກດ BILLGATES ) ນັກເຕະເຍົາວະຊົນລາວ ອະນາຄົດໄກອາຍຸພຽງ 7 ປີປາຍ ຍິງໄປຄົນດຽວ 11 ປະຕູພາ ມາຊດ້າ ຈີບີ ເອັຟຊີ ( MAZDA GB FC ) ໃນຮຸ່ນອາຍຸບໍ່ເກີນ 8 ປີຄວ້າແຊັມ ໃນການແຂ່ງຂັນບານເຕະ 7 ຄົນລາຍການ SAT FOOTBALL THAILAND CHAMPIONSHIP 2022 ຫຼື ລາຍການແຊັມພົບແຊັມ ໃນລະຫວ່າງວັນທີ 22-23 ຕຸລາ 2022 ທີ່ສະໜາມ ອົງການບໍລິຫານສ່ວນຈັງຫວັດຊຽງຣາຍ ປະເທດໄທ ເຊິ່ງກໍໄດ້ຮັບການຍອມຮັບຈາກຊາວໄທ, ຊາວລາວ ແລະ ທົ່ວໂລກ ວ່າເປັນນັກເຕະນ້ອຍທີ່ເກັ່ງອີ່ຫຼີ່.

ເບລ ເຈົ້າຂອງເບີ 19 ທີ່ສາມາດຍິງປະຕູໃຫ້ກັບທີມແບບຖະຫຼົ່ມທະລາຍ 11 ປະຕູຄວ້າແຊັມ ແລະ ຄວ້າລາງວັນນັກເຕະດີເດັ່ນ ( MVP ) ແລະ ລາງວັນດາວຍິງສູງສຸດໄປແບບບໍ່ຕ້ອງສົງໄສ.

ລາຍການດັ່ງກ່າວ ອານຸສັກ ຍິງໄປເຖິງ 9 ປະຕູໃນ 4 ນັດທໍາອິດ ( ຮອບແບ່ງກຸ່ມ 3 ນັດ ແລະ ຮອບຮອງຊະນະເລີດ 1 ນັດ ) ພາ ມາຊດ້າ ຈີິບີ ເອັຟຊີ ຢູ 8 ຜ່ານເຂົ້າຮອບຊີງຊະນະເລີດໄປແບບສະບາຍໆ ເຊິ່ງຮອບຊີງຊະນະເລີດ ສະຫວັດດີບໍວໍຣ ໄດ້ປະຕູຂຶ້ນນໍາໄປກ່ອນ 2 ຄັ້ງ 2 ຫົນ, ແຕ່ກໍຖືກ ອານຸສັກ ຍິງໃຫ້ທີມຈາກລາວ ຕີສະເໝີໄດ້ 2 ຄັ້ງ 2 ຫົນຄືກັນ ກ່ອນສະເໝີກັນ 2-2 ຈົນຕ້ອງໄປຕັດສິນດວນການດວນຈຸດໂທດເປັນ ທີມຈາກລາວ ເອົາຊະນະໄປ 4-3 ຄວ້າແຊ້ມໄປຄອງ

ໄປເບິ່ງ 4 ເຫດຜົນທີ່ບົ່ງບອກໄດ້ວ່າ: ອານຸສັກ ເປັນນັກເຕະທີ່ດີທີ່ສຸດໃນ ຢູ 8 ປີຂອງລາວ ແລະ ໃນລາຍການ ແຊັມຊົນແຊັມ ທີ່ຊຽງຣາຍ ປະເທດໄທ ປະຈໍາປີ 2022 ( ເບິ່ງຄລິບ ແລະ ປະຫວັດຕ່າງໆໄດ້ທີ່ວີດີໂອລຸ່ມນີ້ )

Leave a Reply

Your email address will not be published. Required fields are marked *