ພົບອີກລາຍຄູອາສາສະໝັກທີ່ສອນມາຍາວນານເຖິງ 10 ປີຈົນເຖິງປະຈຸບັນຍັງບໍ່ມີວີ່ແວວຈະໄດ້ເຂົ້າລັດ ຈິ່ງຕັດສິນໃຈລາອອກ ແລະບອກວ່າຂໍຈົດຈຳ ບອກລູກຫຼານບໍ່ໃຫ້ໄປຮຽນສາຍນີ້ອີກ.
ສາວຄູຄົນນີ້ຊື່ວ່າໄມເນັ້ງ ຢູ່ຫຼັກ20 ເມືອງຄຳເກີດແຂວງບໍລິຄຳໄຊອີກເຊັ່ນເຄີຍ ສາວຄູເລົ່າວ່າ ໃນ 10 ປີທີ່ໄປເປັນອາສາສະໝັກບໍແມ່ນວ່າບໍໄດ້ເງິນ ແຕ່ຈະໄດ້ເດືອນລະ 100,000 ກີບ(ໜຶ່ງແສນກີບ) ໂຮງຮຽນໃຫ້ເປັນຄ່ານ້ຳມັນທຽວວຽກເທົ່ານັ້ນ.
ມາຮອດມື້ນີ້ສາວຄູສູ້ບໍ່ໄຫວແລ້ວຈິ່ງຂໍລາອອກຈາກອາຊີບນີ້ ແລະເປົ້າໝາຍຕໍ່ໄປຄື ໄປເຝົ້າສວນກ້ວຍໃຫ້ຈີນ ເພື່ອຫາເງິນລ້ຽງຕົນເອງ ແລະຄອບຄົວຕໍ່ໄປ…..
ສາວຄູຍັງບອກອີກວ່າ ຮອດນະຄອນນີ້ທີ່ຈະອອກໄປເຝົ້າສວນກ້ວຍທັ້ງຊີວິດມີເງິນຕິດຕົວຢູ່ 3 ແສນກີບ ບໍ່ຮູ້ຈະໄປຮອດຈຸດໝາຍປາຍທາງຫຼືບໍ ແຕ່ຕົນກໍ່ຈະໄປເພື່ອເອົາຊີວິດລອດໃນວັນຂ້າງໜ້າ
ສາວຄູອາສາກ່າວດ້ວຍນ້ຳຕາວ່າ ພໍ່ແມ່ສົ່ງຮຽນເສຍເງິນເປັນປີລະສິບໆລ້ານ ແຕ່ຈົບມາ 10 ປີຍັງລ້ຽງຕົນເອງບໍ່ໄຫວເລີຍ ບໍ່ມີຮອດໂອກາດໄດ້ຕອບແທນຄຸນພໍ່ແມ່ ຖ້າສົມທຽບໃສ່ໝູ່ລຸ້ນດຽວກັນທີ່ບໍໄດ້ມາເປັນອາສາແລ້ວເພິ່ນຫາອັນອື່ນເຮັດປານນີ້ຢ່າງ້ອຍກໍບໍໄດ້ນອນເຮືອນຝົນຮົ່ວຝົນຮຳຄືກັບຕົນ ເພິ່ນມີເຮືອນທີ່ດີມີລົດຂີ່ສະບາຍກວ່າຫຼາຍ.
ນີ້ຄືສະພາບເຮືອນຊານຂອງສາວຄູອາສາຜູ້ນີ້ທີ່ຕັດສິນໃຈລາອອກຢ່າງບໍ່ລັງເລ ແຕ່ກໍ່ໜ້າເສຍດາຍ 10 ປີມີມູນຄ່າມະຫາສານຖ້າ ຖອນຕົວແຕ່ດົນ
ຈັ່ງໃດກໍ່ເປັນກຳລັງໃຈໃຫ້ສູ້ໆເດີ້ ຄວາມສຳເລັດມີຢູ່ຂ້າງໜ້າລໍຖ້າຄວາມມີຝັນສະເໝີ.