• Mon. May 29th, 2023

Lao Sport Update

ຮອບດ້ານວົງການກິລາ

ເລີ່ມແລ້ວພີ່ນ້ອງ! ປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ທີ່ ສປປ ລາວ 1-6 ກັນຍາ 2022

ການແຂ່ງຂັນກິລາປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ທີ່ ສປປ ລາວ ເປັນເຈົ້າພາບຄັ້ງທຳອິດ ໄດ້ເລີ່ມແຂ່ງຂັນຢ່າງເປັນທາງການໃນວັນທີ 1 ກັນຍານີ້ ທີ່ສູນການຄ້າໄອເຕັກມໍ ຊັ້ນ 7 ນະຄອນຫລວງວຽງຈັນ ໂດຍມີນັກກິລາ 165 ຄົນ ຈາກ 17 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມຊິງໄຊຄື: ບາເຣນ, ບັງກະລາເທດ, ສປ ຈີນ, ໄຕ້ຫວັນ, ຮົງກົງ, ອີຣານ, ອິນເດຍ, ຍີ່ປຸ່ນ, ຄາຊັກສະຖານ, ມາເລເຊຍ, ເນປານ, ກາຕ້າ, ສາທາລະນະລັດເກົາຫລີ, ສິງກະໂປ, ໄທ, ອຸສເບກິສຖານ ແລະ ສປປ ລາວ ເຈົ້າພາບ  ຊິງໄຊທັງໝົດ 11 ລາຍການເຊັ່ນ: ລະດັບເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ (U15) 4 ລາຍການ: ປະເພດຍິງດ່ຽວ-ຊາຍດ່ຽວ, ທີມຍິງ ແລະ ທີມຊາຍ; ລະດັບໄວໜຸ່ມ ຮຸ່ນອາຍຸບໍ່ເກີນ 19 ປີ (U19) ມີ 7 ລາຍການຄື: ປະເພດຍິງດ່ຽວ-ຊາຍດ່ຽວ, ຄູ່ຍິງ, ຄູ່ຊາຍ, ຄູ່ປະສົມ, ທີມຍິງ ແລະ ທີມຊາຍ.

ສະເພາະລາວເຮົາ ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 16 ຄົນ ໂດຍໄດ້ສິດທິພິເສດໃນນາມເຈົ້າພາບ ສາມາດສົ່ງແຂ່ງຂັນຄົບທຸກລາຍການໂດຍບໍ່ຕ້ອງແຂ່ງຮອບຄັດເລືອກ ເຊິ່ງຄັ້ງນີ້ ພວກເຮົາຂາດນັກກິລາພຽງປະເພດຍິງດ່ຽວ U19 ສ່ວນອີກ 10 ລາຍການ ສົ່ງເຂົ້າຮ່ວມທັງໝົດ. ສຳລັບ 10 ລາຍການ ທີ່ນັກກິລາປິ່ງປ່ອງລາວເຂົ້າຮ່ວມມີ: U19 ປະເພດຊາຍ 5 ຄົນ, U15 ປະເພດຊາຍ 6 ຄົນ ແລະ U15 ປະເພດຍິງ 5 ຄົນ.

ໃຫ້ກຽດເຂົ້າຮ່ວມຊົມການແຂ່ງຂັນມີ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ປະທານສະຫະພັນປິ່ງປ່ອງແຫ່ງຊາດລາວ, ທ່ານ ນາງ ມະນີວັນ ເຢຍປາວເຮີ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ພ້ອມດ້ວຍຄະນະຮັບຜິດຊອບຈັດການແຂ່ງຂັນ, ຄະນະກຳມະການສະຫະພັນປິ່ງປ່ອງອາຊີ ແລະ ຜູ້ໃຫ້ການສະໜບສະໜູນ.

ການແຂ່ງຂັນຄັ້ງນີ້ ນອກຈາກນັກກິລາ 160 ກວ່າຄົນ ຈາກ 17 ປະເທດ ແລະ ເຂດແຄວ້ນ ທີ່ເຂົ້າຮ່ວມ ຍັງມີທີມງານກຳມະການຕັດສິນ ພ້ອມດ້ວຍ ວິຊາການ ເຈົ້າໜ້າທີ່ກ່ຽວຂ້ອງເກືອບ 100 ຄົນ ຈາກຫລາກຫລາຍປະເທດເຂົ້າຮ່ວມ. ສຳລັບນັກກິລາທີ່ໄດ້ແຊ້ມ ແລະ ຮອງແຊ້ມ ປະເພດຍິງດ່ຽວ, ຊາຍດ່ຽວ U15 ແລະ U19 ລວມທັງ ແຊ້ມປະເພດທີມຍິງ, ທີມຊາຍ U15 ແລະ U19 ໃນລາຍການນີ້ ຈະໄດ້ສິດເຂົ້າຮ່ວມແຂ່ງຂັນປິ່ງປ່ອງເຍົາວະຊົນ-ໄວໜຸ່ມ ຊິງແຊ້ມໂລກ (World Youth 2022).

ການແຂ່ງຂັນກິລາປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ຈະດຳເນີນເປັນເວລາ 6 ວັນຄື: ວັນທີ 1-6 ກັນຍານີ້ ທີ່ສູນການຄ້າໄອເຕັກມໍ ຊັ້ນ 7 ນະຄອນຫລວງວຽງຈັນ ເຂົ້າຊົມໂດຍບໍ່ເສຍຄ່າ.

ພາບໂດຍ: ໜັງສືພິມວຽງຈັນໃໝ່

Leave a Reply

Your email address will not be published. Required fields are marked *