• Thu. Sep 21st, 2023

Lao Sport Update

ຮອບດ້ານວົງການກິລາ

ຈຸດພິເສດ! ອານຸສັກ ນັກເຕະເຍົາວະຊົນລາວຂຽນໜັງສືຂວາ-ຍິງຊ້າຍ, ກັບ 4ເຫດຜົນເປັນນັກເຕະດີທີ່ສຸດ

ມື້ນີ້ພວກເຮົາມີເລື່ອງທີ່ຢາກເລົ່າສູ່ຟັງກັບ ນັກເຕະເຍົາວະຊົນລາວຢ່າງ ທ້າວ ອານຸສັກ ວິໄລກຸນ ( ເບລ ) ນັກເຕະເຍົາວະຊົນລາວ ອະນາຄົດໄກອາຍຸພຽງ 7 ປີປາຍ ຍິງໄປຄົນດຽວ 11 ປະຕູພາ ມາຊດ້າ ຈີບີ ເອັຟຊີ ( MAZDA GB FC ) ໃນຮຸ່ນອາຍຸບໍ່ເກີນ 8 ປີຄວ້າແຊັມ ໃນການແຂ່ງຂັນບານເຕະ 7 ຄົນລາຍການ SAT FOOTBALL THAILAND CHAMPIONSHIP 2022 ຫຼື ລາຍການແຊັມພົບແຊັມ ໃນລະຫວ່າງວັນທີ 22-23 ຕຸລາ 2022 ທີ່ສະໜາມ ອົງການບໍລິຫານສ່ວນຈັງຫວັດຊຽງຣາຍ ປະເທດໄທ ເຊິ່ງກໍໄດ້ຮັບການຍອມຮັບຈາກຊາວໄທ, ຊາວລາວ ແລະ ທົ່ວໂລກ ວ່າເປັນນັກເຕະນ້ອຍທີ່ເກັ່ງອີ່ຫຼີ່.

ເບລ ເຈົ້າຂອງເບີ 19 ທີ່ສາມາດຍິງປະຕູໃຫ້ກັບທີມແບບຖະຫຼົ່ມທະລາຍ 11 ປະຕູຄວ້າແຊັມ ແລະ ຄວ້າລາງວັນນັກເຕະດີເດັ່ນ ( MVP ) ແລະ ລາງວັນດາວຍິງສູງສຸດໄປແບບບໍ່ຕ້ອງສົງໄສ.

ລາຍການດັ່ງກ່າວ ອານຸສັກ ຍິງໄປເຖິງ 9 ປະຕູໃນ 4 ນັດທໍາອິດ ( ຮອບແບ່ງກຸ່ມ 3 ນັດ ແລະ ຮອບຮອງຊະນະເລີດ 1 ນັດ ) ພາ ມາຊດ້າ ຈີິບີ ເອັຟຊີ ຢູ 8 ຜ່ານເຂົ້າຮອບຊີງຊະນະເລີດໄປແບບສະບາຍໆ ເຊິ່ງຮອບຊີງຊະນະເລີດ ສະຫວັດດີບໍວໍຣ ໄດ້ປະຕູຂຶ້ນນໍາໄປກ່ອນ 2 ຄັ້ງ 2 ຫົນ, ແຕ່ກໍຖືກ ອານຸສັກ ຍິງໃຫ້ທີມຈາກລາວ ຕີສະເໝີໄດ້ 2 ຄັ້ງ 2 ຫົນຄືກັນ ກ່ອນສະເໝີກັນ 2-2 ຈົນຕ້ອງໄປຕັດສິນດວນການດວນຈຸດໂທດເປັນ ທີມຈາກລາວ ເອົາຊະນະໄປ 4-3 ຄວ້າແຊ້ມໄປຄອງ

ໄປເບິ່ງ 4 ເຫດຜົນທີ່ບົ່ງບອກໄດ້ວ່າ: ອານຸສັກ ເປັນນັກເຕະທີ່ດີທີ່ສຸດໃນ ຢູ 8 ປີຂອງລາວ ແລະ ໃນລາຍການ ແຊັມຊົນແຊັມ ທີ່ຊຽງຣາຍ ປະເທດໄທ ປະຈໍາປີ 2022 ( ເບິ່ງຄລິບ ແລະ ປະຫວັດຕ່າງໆໄດ້ທີ່ວີດີໂອລຸ່ມນີ້ )

Leave a Reply

Your email address will not be published. Required fields are marked *