ໂລກກະເພາະອາຫານອັກເສບ ຫຼື ເອີ້ນທົ່ວໄປວ່າໂລກກະເພາະ ເປັນໂລກທີ່ເກີດໃນລະບົບທາງເດີນອາຫານສາມາດພົບເຫັນໄດ້ຕະຫຼອດໃນປັດຈຸບັນ
ເຊິ່ງເກີດຈາກພຶດຕິກຳທີ່ເລັ່ງຮີບຂອງຄົນຍຸກນີ້ ເຮັດໃຫ້ມີພຶດຕິກຳການຮັບກິນອາຫານທີ່ບໍ່ຖືກຕ້ອງ ຖືວ່າເປັນສາເຫດໜຶ່ງທີ່ເຮັດໃຫ້ຄົນເປັນໂລກກະເພາະ ແລະ ຍັງມີອີກຫຼາກຫຼາຍສາເຫດທີ່ເຮັດໃຫ້ເກີດເປັນໂລກກະເພາະໄດ້
ມື້ນີ້ໝໍອຸເອງໄດ້ມີ 5 ສາເຫດທີ່ເຮັດໃຫ້ເປັນໂລກກະເພາະ ເຊິ່ງຈະມີສາເຫດໃດແດ່ນັ້ນເຮົາໄປເບິ່ງນໍາກັນເລີຍ!
1 ກິນເຂົ້າບໍ່ຕົງເວລາ.
2 ກິນອາຫານລົດຈັດ.
3 ດື່ມແອລກໍຮໍ/ຄາເຟອິນ/ສູບຢາຫຼາຍເກີນໄປ.
4 ການກິນຢາແກ້ປວດ ຈຳພວກ (Nsaid, Aspirin) ໃນຂະນະທີ່ທ້ອງວ່າງ.
5 ການຕິດເຊື້ອແບັກທີເລຍ H pylori.
ສະນັ້ນ, ເມື່ອຮູ້ແບບນີ້ແລ້ວ ຄວນປັບປ່ຽນພຶດຕິກໍາເດີ້ ອ່ານຈົບແລ້ວຢ່າລືມແຊຣ໌ໃຫ້ຄົນທີ່ເຈົ້າຮັກນໍາເດີ້
ຈາກ: ຫມໍອຸ Wealthylife