• Sun. Jun 4th, 2023

Lao Sport Update

ຮອບດ້ານວົງການກິລາ

ລັດເລີ່ມນຳເຂົ້າຄັງແຮອອກແຊກແຊງລາຄາຕະຫຼາດ ໃຫ້ໄທເຮົາໄດ້ກິນເຂົ້າທີ່ຖືກລົງ

ຈາກສະພາບລາຄາເຂົ້າທີ່ນັບມື້ແພງຂຶ້ນໄດ້ສົ່ງຜົນກະທົບໂດຍກົງຕໍ່ພໍ່ແມ່ປະຊາຊົນຜູ້ບໍລິໂພກ ລາຍໄດ້ບໍ່ກຸ້ມລາຍຈ່າຍ ສະນັ້ນ ເພື່ອຊ່ວຍແບ່ງເບົາລາຍຈ່າຍຂອງປະຊາຊົນ ລັດໄດ້ເປີດຮ້ານຈຳໜ່າຍເຂົ້າກິນ ເພື່ອແຊກແຊງເຂົ້າຕາມທ້ອງຕະຫຼາດທີ່ມີລາຄາສູງຢູ່ນະຄອນຫຼວງວຽງຈັນ ໂດຍໃຫ້ຂາຍໃນສູງສຸດບໍ່ເກີນ 9.700 ກີບຕໍ່ກິໂລ ໄລຍະ 60 ວັນ.


ຮ້ານຈຳໜ່າຍເຂົ້າກິນໃລາຄາແຊກແຊງນີ້ ໄດ້ເລີ່ມຂາຍນັບແຕ່ວັນທີ 24 ຕຸລາ 2022 ເປັນຕົ້ນໄປ ຢູ່ນະຄອນຫຼວງວຽງຈັນ ໂດຍການຮ່ວມມຶືຂອງພະແນກອຸດສາຫະກຳ ແລະ ການຄ້າ ຮ່ວມກັບຜູ້ປະກອບການບໍລິສັດ ຄໍາແພງເພັດ ແຈ້ງສະຫວ່າງ ສົ່ງເສີມການກະເສດ ຂາອອກ-ຂາເຂົ້າຈຳກັດຜູ້ດຽວ.


ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະການຄ້າ ນະຄອນຫຼວງວຽງຈັນກ່າວວ່າ: ໂດຍປະຕິບັດຕາມດຳລັດເລກທີ 474/ນຍ ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ແລະ ແຈ້ງການຂອງກະຊວງອຸດສາຫະກຳ ແລະການຄ້າ ໃຫ້ພະແນກອຸດສາຫະກຳ ແລະການຄ້າແຂວງ ແລະ ນະຄອນຫຼວງ ກະກຽມເອົາເຂົ້າຄັງແຮອອກແຊກແຊງຕະຫຼາດ ແລະ ປະຕິບັດຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງພະແນກອຸດສາຫະກຳ ແລະການຄ້ານະຄອນຫຼວງວຽງຈັນ ບວກກັບສະພາບລາຄາເຂົ້າກິນໃນໄລຍະ 6 ເດືອນຜ່ານມາ ຢູ່ນະຄອນຫຼວງວຽງຈັນເຫັນວ່າ ລາຄາເຂົ້າກິນໄດ້ມີການເໜັງຕີງປັບຂຶ້ນລາຄາຢ່າງຕໍ່ເນື່ອງຄື ສະພາບລາຄາເຂົ້າກິນຢູ່ ນວ ໃນຕົ້ນປີ 2022 ມີທ່າອ່ຽງເໜັງຕີງປັບຂຶ້ນລາຄາ ຮອດປັດຈຸບັນ ລາຄາເຂົ້າເປືອກໜຽວ ສະເລ່ຍ 5.500 ກີບຕໍ່ກິໂລ ສົມທຽບໃສ່ປີ 2021 ເພີ່ມຂຶ້ນ 34,14% ເຂົ້າສານໜຽວປະເພດ 2 ລາຄາສະເລ່ຍ 10.500 ກີບຕໍ່ກິໂລ ສົມທຽບໃສ່ປີ 2021 ເພີ່ມຂຶ້ນ 36,36%.


ສາເຫດທີ່ເຂົ້າກິນໃນປີນີ້ມີລາຄາສູງຂຶ້ນ ປັດໄຈມາຈາກລາຄານໍ້າມັນເຊື້ອໄຟ ອັດຕາແລກປ່ຽນ ລາຄາຝຸ່ນປຸຍ ສະພາບເງິນເຟີ້ ເຮັດໃຫ້ຄ່າຄອງຊີບສູງຂຶ້ນ ແລະ ອີກບັນຫາໜຶ່ງ ແມ່ນເນື່ອງຈາກວ່າໄລຍະນີ້ ເປັນລະດູການຜະລິດ ເຊິ່ງເຮັດໃຫ້ຊາວນາບໍ່ຂາຍເຂົ້າອອກ ຈົນກວ່າການເກັບກ່ຽວເຂົ້ານາປີສຳເລັດ.


ສະນັ້ນ, ເພື່ອປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລາຄາເຂົ້າສານ ແລະ ດັດສົມຕະຫຼາດໃຫ້ມີປະສິດທິຜົນ ແລະ ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານລາຄາ ມີຄວາມໝັ້ນຄົງທາງດ້ານການສະໜອງ ບໍ່ໃຫ້ມີຜົນກະທົບບໍ່ດີຕໍ່ສັງຄົມ ຫຼີກລ່ຽງສະພາບເຂົ້າກິນຂາດຕະຫຼາດ ແລະ ການເກງກໍາໄລທີ່ບໍ່ສົມເຫດສົມຜົນ ພະແນກອຸດສາຫະກຳ ແລະການຄ້າ ນະຄອນຫຼວງຈິ່ງໄດ້ສົມທົບກັບ ບໍລິສັດ ຄຳແພງເພັດ ແຈ້ງສະຫວ່າງ ສົ່ງເສີມການກະເສດຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ແລະ ກຸ່ມໂຮງສີເຂົ້າຢູ່ໃນນະຄອນຫຼວງ ໃຫ້ນຳເອົາສິນຄ້າປະເພດເຂົ້າສານໜຽວປະເພດ 2 ອອກຈຳໜ່າຍສູ່ສັງຄົມ ໃນລາຄາທີ່ລັດຊີ້ນຳ ເຂົ້າສານໜຽວປະເພດ 2 ລາຄາສູງສຸດບໍ່ເກີນ 9.700 ກີບຕໍ່ກິໂລ ຈໍານວນທັງໝົດ 340 ໂຕນ.


ສຳລັບສະຖານທີ່ຕັ້ງຈຸດຈຳໜ່າຍ ແມ່ນຢູ່ບໍລິສັດ ຄຳແພງເພັດ ແຈ້ງສະຫວ່າງ ສົ່ງເສີມການກະເສດ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ຕັ້ງຢູ່ບ້ານນາສ້ຽວ ຖະໜົນສີເກີດ-ດົງໂດກ ເມືອງ ນາຊາຍທອງ ເລີ່ມຂາຍເວລາແຕ່ 8:00 ໂມງ-17:00 ໂມງ ວັນຈັນ-ວັນສຸກ ເຊິ່ງຈະໄດ້ດຳເນີນການເປີດບໍລິການເປັນເວລາ 60 ວັນ ແຕ່ວັນທີ 24 ຕຸລາ-24 ທັນວາ 2022 ແລະ ມີແຜນຈະສືບຕໍ່ປະຕິບັດໄປແຕ່ໄລຍະຕື່ມອີກ.

 

Leave a Reply

Your email address will not be published. Required fields are marked *