• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ປະມວນພາບປະຫວັດສາດ ຢູ 8 ເຍົາວະຊົນລາວ ຊະນະທີມດັງໃນໄທ ຄວ້າແຊ້ມ (2ອ້າຍນ້ອງເດັ່ນສຸດ)

ປະມວນພາບ 2 ທີມເຍົາວະຊົນລາວ ໄປຮ່ວມໃນການແຂ່ງຂັນບານເຕະ 7 ຄົນລາຍການ SAT FOOTBALL THAILAND CHAMPIONSHIP 2022 ຫຼື ລາຍການແຊັມພົບແຊັມ ໃນລະຫວ່າງວັນທີ 22-23 ຕຸລາ 2022 ທີ່ສະໜາມ ອົງການບໍລິຫານສ່ວນຈັງຫວັດຊຽງຣາຍ ປະເທດໄທ.

ໂດຍ 2 ທີມທີ່ວ່າປະກອບມີ LAOS WIG NAGA ສົ່ງເຂົ້າຮ່ວມ 3 ຮຸ່ນອາຍຸປະກອບດ້ວຍ 9, 10 ແລະ 11 ປີ, ສ່ວນ LAOS MAZDA ສົ່ງເຂົ້າຮ່ວມ 2 ຮຸ່ນອາຍຸປະກອບມີ ບໍ່ເກີນ 8 ປີ ແລະ 13 ປີ ເຊິ່ງໃນແຕ່ລະຮຸ່ນແມ່ນມີທີມເຂົ້າຮ່ວມ 8 ທີມສຸດທ້າຍ ຫຼັງຈາກໄດ້ມີການຄັດເລືອກຈາກ 200 ກວ່າທີມໃນທົ່ວປະເທດໄທ ແລະ ປະເພື່ອນບ້ານ ໃຫ້ເຫຼືອ 48 ທີມສຸດທ້າຍ.

ຜ່ານການແຂ່ງຂັນປາກົດວ່າ: ມາຊດ້າ ຈີບີ ເອັຟຊີ ( MAZDA ) ໃນຮຸ່ນອາຍຸບໍ່ເກີນ 10 ປີຜົນງານໂດດເດັ່ນ ຄວ້າແຊັມໄປຄອງ ພ້ອມກັບຂັນລາງວັນ, ຫຼຽນ ແລະ ເງິນລາງວັນ 20.000 ບາດ, ສ່ວນ ດັບເບິລຢູໄອຈີ ນາຄາ ( WIG NAGA ) ໃນຮຸ່ນອາຍຸບໍ່ເກີນ 10 ປີ ຄວ້າອັນດັບ 3 ໄປຄອງ ພ້ອມຂັນແຊັມ, ຫຼຽນລາງວັນ ແລະ ເງິນລາງວັນ 5.000 ບາດ, ສ່ວນຮຸ່ນອື່ນໆແມ່ນຕົກຮອບແບ່ງກຸ່ມ.

ພິເສດ ທ້າວ ອານຸສັກ ວິໄລກຸນ ກອງໜ້າຕົວເກັ່ງຂອງ ມາຊດ້າ ຈີບີ ເອັຟຊີ ໃນຮຸ່ນອາຍຸບໍ່ເກີນ 8 ປີກາຍເປັນນັກເຕະລາວ 1 ດຽວທີ່ສາມາດຄວ້າລາງວັນດີເດັ່ນປະຈາລາຍການ ກໍຄືລາງວັນນັກເຕະດີເດັ່ນ ( MVP ) ປະຈໍາການແຂ່ງຂັນ ຈາກຜົນງານຍິງໄປເຖິງ 11 ປະຕູ ແລະ ສົ່ງໃຫ້ໝູ່ຍິງອີກ 3 ປະຕູ ກ່ອນພາທີມຄວ້າແຊ້ມໄປຄອງຢ່າງຍິ່ງໃຫຍ່, ສ່ວນ ທ້າວ ເອກະລາດ ວິໄລກຸນ ຜູ້ເປັນອ້າຍຂອງ ອານຸສັກ ກໍຍັງສ້າງຜົນງານໂດດເດັ່ນຍິງ 3 ປະຕູຊ່ວຍໃຫ້ WIG NAGA ຢູ 10 ຄວ້າອັນດັບ 3 ສົມກັບເປັນອ້າຍນ້ອງອີ່ຫຼີ່.

ລາຍລະອຽດອື່ນໆເບິ່ງຄລິບລຸ່ມນີ້:

ພາບຕອນຂຶ້ນຮັບຂັນແຊ້ມ

ທ້າວ ອານຸສັກ ວິໄລກຸນ ກອງໜ້າຕົວເກັ່ງຂອງ ມາຊດ້າ ຈີບີ ເອັຟຊີ ໃນຮຸ່ນອາຍຸບໍ່ເກີນ 8 ປີກາຍເປັນນັກເຕະລາວ 1 ດຽວທີ່ສາມາດຄວ້າລາງວັນດີເດັ່ນປະຈາລາຍການ ກໍຄືລາງວັນນັກເຕະດີເດັ່ນ ( MVP ) ປະຈໍາການແຂ່ງຂັນ ຈາກຜົນງານຍິງໄປເຖິງ 11 ປະຕູ ແລະ ສົ່ງໃຫ້ໝູ່ຍິງອີກ 3 ປະຕູ, ສ່ວນ ທ້າວ ເອກະລາດ ວິໄລກຸນ ຜູ້ເປັນອ້າຍຂອງ ອານຸສັກ ກໍຍັງສ້າງຜົນງານໂດດເດັ່ນຍິງ 3 ປະຕູຊ່ວຍໃຫ້ WIG NAGA ຢູ 10 ຄວ້າອັນດັບ 3 ສົມກັບເປັນອ້າຍນ້ອງອີ່ຫຼີ່.

ທີມ WIG NAGA ອີກໜຶ່ງທີມຈາກ ສປປ ລາວ ຍາດໄດ້ທີ 3 ໃນຮຸ່ນ 10 ປີ

ຂອບໃຈຮູບຈາກ:​ Larh Creators ແລະ i Box

Leave a Reply

Your email address will not be published. Required fields are marked *