ຂອບໃຈ ປາໜຶ່ງ ເຈົ້າຂອງຮ້ານຂາຍເຄື່ອງກີລາ Net Sport ມອບເຄື່ອງກີລາ (ໂສ້ງ-ເສື້ອຊັບໃນນັກກິລາ) ໃຫ້ກັບ ທ້າວ ອິນທະວົງ ອິນສີຊຽງໃໝ່ ຫຼື ນ້ອງ ອ໊ອບ R9 ( ໂຣນັລໂດ ປະເທດລາວ ) ນັກເຕະຂອງ WIG NAGA ຢູ 11 ປີ ແລະ ນັກເຕະຂອງທີມສະໂມສອນເຍົາວະຊົນລາວ WIG NAGA ຈໍານວນ 30 ກວ່າຊຸດ.
ພິທີດັ່ງກ່າວຈັດຂຶ້ນ ໃນການແຂ່ງຂັນບານເຕະ 7 ຄົນລາຍການ SAT FOOTBALL THAILAND CHAMPIONSHIP 2022 ຫຼື ລາຍການແຊັມພົບແຊັມ ໃນລະຫວ່າງວັນທີ 22-23 ຕຸລາ 2022 ທີ່ສະໜາມ ອົງການບໍລິຫານສ່ວນຈັງຫວັດຊຽງຣາຍ ປະເທດໄທ ໂດຍຕາງໜ້າຝ່າຍມອບແມ່ນນ້ອງຊາຍຂອງ ປາໜຶ່ງເຈົ້າຂອງຮ້ານຂາຍເຄື່ອງກີລາ Net Sport ໂດຍຮ້ານຂອງເພິ່ນຕັ້ງຢູ່ສະໝຸດປຣາການ ປະເທດໄທ.
ສໍາລັບ ລາຍການດັ່ງກ່າວ WIG NAGA ຢູ 9 ແລະ 11 ປີ ແມ່ນຕົກຮອບຄັດເລືອກ, ສ່ວນ ຢູ 10 ແມ່ນຍາດໄດ້ອັນດັບທີ 3.