• Tue. May 30th, 2023

Lao Sport Update

ຮອບດ້ານວົງການກິລາ

ປະທານປະເທດ ທອງລຸນ ສີສຸລິດ ເດີນທາງເຖິງ ບຣູໄນ ດາຣູຊາລາມ

ຂປລ. ໃນຕອນບ່າຍຂອງວັນທີ 24 ຕຸລາ 2022 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ໄດ້ເດີນທາງເຖິງ ສະໜາມບິນສາກົນບຣູໄນ, ທີ່ນະຄອນຫລວງ ບັນດາ ເສຣິ ເບກາວັນ ບຣູໄນ ດາຣູຊາລາມ ໂດຍການຕ້ອນຮັບຂອງທ່ານ ດາໂຕະ Seri Setia Awang Haji Ahmaddin bin Haji Abdul Rahman, ລັດຖະມົນຕີ ກະຊວງພາຍໃນ.

ໂອກາດນີ້, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ຈະດໍາເນີນການຢ້ຽມຢາມລັດຖະກິດ ທີ່ ບຣູໄນ ດາຣູຊາລາມ ແຕ່ວັນທີ 24-26 ຕຸລາ 2022, ຕາມການເຊື້ອເຊີນຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ.

ໂດຍຈະມີການພົບປະສອງຝ່າຍ ເພື່ອທົບທວນຄືນການພົວພັນຮ່ວມມືຂອງສອງປະເທດ ໃນໄລຍະຜ່ານມາ ແລະ ປຶກສາຫາລື ກ່ຽວກັບ ທິດທາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນຕໍ່ໜ້າ.

ຂ່າວ: ກົມຂ່າວກະຊວງການຕ່າງປະເທດ

Leave a Reply

Your email address will not be published. Required fields are marked *